ກໍ່ສ້າງພື້ນຖານປ້ອງກັນຊາຍແດນທົ່ວປວງຊົນທັງຊາດແມ່ນຫນ້າທີ່ຈຸດສຸດຂອງພັກ,ລັດຫວຽດນາມ

Chia sẻ
(vovworld)- ວັນ​ທີ 1/4, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​​ເຮັດ​ວຽກ​ກັບ ກະຊວງ​ປອ້ງກັນ​ປະ​ເທດ

ກໍ່ສ້າງພື້ນຖານປ້ອງກັນຊາຍແດນທົ່ວປວງຊົນທັງຊາດແມ່ນຫນ້າທີ່ຈຸດສຸດຂອງພັກ,ລັດຫວຽດນາມ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ
ພາບ:internet


(vovworld)- ວັນ​ທີ 1/4, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​​ເຮັດ​ວຽກ​ກັບ ກະຊວງ​ປອ້ງກັນ​ປະ​ເທດ ກ່ຽວ​ກັບ​ສະພາບ​ການ​ຢູ່ເຂດຊາຍ​ແດນ ​ແລະ ວຽກ​ງານ​ປ້ອງ​ກັນຊາ​ຍ​ແດນ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ເນັ້ນ​ຫນັກ​ວ່າ​: ​ໃນ​ສະພາບ​ການ​ໃຫມ່, ການ​ເພີ່ມ​ທະວີ​ກຳລັງ​​ແຮງ ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ​ແມ່ນ​ຫນ້າ​ທີ່​ຈຸດ​ສຸມ​ເປັນ​ປະຈຳ​ຂອງ​ພັກ, ລັດ ​ແລະ ທົ່ວ​ປວງ​ຊົນ, ​ໃນ​ນັ້ນ ບັນດາ​ກຳລັງ​ປະກອບ​ອາວຸດ​ເປັນ​ຫລັກ​ແຫ​ລ່ງ.  ພັກ ​ແລະ ລັດ ​ໄດ້ ​ແລະ ພວມ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ​ໃນ​ການ​ແກ້​ໄຂ​ບັນຫາ​ຊາຍ​ແດນ, ​ເຂດ​ທະ​ເລ​ໝູ່​ເກາະ, ສ້າງ​ສະຖຽນ​ລະ​ພາບ, ກໍ່ສ້າງ​ຊາຍ​ແດນ​ສັນຕິພາບ, ມິດ​ຕະພາບ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ປ້ອງ​ກັນຊາ​ຍ​ແດນ​ກັບ​ບັນດາ​ປະ​ເທດ​​ໃນ​ໂລກ. ທີ່​ການ​ເຮັດ​ວຽກ, ບັນດາ​ຜູ້​ແທນ​ຢັນ​ຢັນ​ວ່າ ​ໃນ​ໄລຍະ​ຜ່ານ​ມາ, ວຽກ​ງານ​ປົກປັກ​ຮັກສາ​ອະທິປະ​ໄຕ, ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ຢູ່ບັນດາ​ເສັ້ນ​ຊາຍ​ແດນ, ​ເຂດ​ທະ​ເລ​ໝູ່​ເກາະ; ການ​ພົວພັນ​ລະຫວ່າງ​ຫວຽດນາມ ກັບ​ບັນດາ​ປະ​ເທດ​ມີຊາຍ​ແດນ​ຮ່ວມ ນັບ​ມື້​ນັບ​ພັດທະນາ ​ແລະ ​ເປີດ​ກວ້າງ.