WTO ຮັບ​ຮອງ​ເອົາ​ບັນ​ດາ​ຂໍ້​ກຳ​ນົດ​ໃໝ່​ກ່ຽວ​ກັບ​ການ​ຄ້າ​ການ​ບໍ​ລິ​ການ

Chia sẻ
(VOVWORLD) - ວັນທີ 27 ກຸມພາ, ອົງການການຄ້າສາກົນ ໄດ້ຍົກອອກບັນດາຫຼັກການໃໝ່ ເພື່ອສ້າງເງື່ອນໄຂສະດວກໃຫ້ການຄ້າການບໍລິຫານລະຫວ່າງກວ່າ 70 ປະເທດສະມາຊິກ.
WTO ຮັບ​ຮອງ​ເອົາ​ບັນ​ດາ​ຂໍ້​ກຳ​ນົດ​ໃໝ່​ກ່ຽວ​ກັບ​ການ​ຄ້າ​ການ​ບໍ​ລິ​ການ - ảnh 1(ພາບປະກອບ: TTXVN)

ຕາມແຈ້ງການສື່ມວນຊົນ ໂດຍ WTO ຍົກອອກໃນຂອບເຂດກອງປະຊຸມຂັ້ນລັດຖະມົນຕີ WTO ຄັ້ງທີ 13  (MC13) ທີ່ໄດ້ດຳເນີນຢູ່ Abu Dhabi ( ສະຫະລັດ ອາຣັບ ເອມມີເລດ - UAE) ແຕ່ວັນທີ 26 – 29 ກຸມພາ, ຫຼັກການໃໝ່ນີ້ ຈະຫັນບັນດາຄຳຮຽກຮ້ອງມອບສິດໃຫ້ສອດຄ່ອງກັບຂໍ້ກຳນົດ ແລະ ຫຼຸດຜ່ອນຮົ້ວກີດຂວາງກ່ຽວກັບລະບຽບການໃຫ້ແກ່ວິສາຫະກິດ. ຕາມນັ້ນແລ້ວ, ຄ່າໃຊ້ຈ່າຍການຄ້າການບໍລິການທົ່ວໂລກ ຈະຫຼຸດລົງກວ່າ 119 ຕື້ USD ຕໍ່ປີ. ຂໍ້ຕົກລົງສະບັບຫຼ້າສຸດຂອງ WTO ຈັດວາງສຳລັບ 71 ປະເທດສະມາຊິກ, ໃນນັ້ນ ມີຈີນ, ອາເມລິກາ ແລະ ສະຫະພາບເອີຣົບ (EU).

        ກໍໃນກອງປະຊຸມ MC13, ບັນດາລັດຖະມົນຕີການຄ້າພວມປະເຊີນໜ້າກັບການເຈລະຈາທີ່ຫຍຸ້ງຍາກ, ດ້ວຍເນື້ອໃນການເຈລະຈາສຸມໃສ່ຂົງເຂດອາຊີບອາຫາ ແລະ ກະສິກຳ. ວົງການນັກຊ່ຽວຊານຄາດຄະເນວ່າ ກອງປະຊຸມຄັ້ງນີ້ ຍາກທີ່ຈະສາມາດບັນລຸໄດ້ບາດກ້າວບຸກທະລຸອັນໃຫຍ່ຫຼວງ, ເວັ້ນເສຍແຕ່ກໍລະນີບັນລຸໄດ້ຂໍ້ຕົກລົງໃໝ່ທົ່ວໂລກກ່ຽວກັບການຊ່ວຍເຫຼືອສິນໃນນ້ຳ.


ຕອບກັບ