WTO ສົ່ງ​ເສີມ​ການ​ເຈ​ລະ​ຈາ ເພີ່ມ​​ການ​ແຈກ​ຢາຍວັກ​ຊິນ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ

Chia sẻ
(VOVWORLD) -ບັນດາສະມາຊິກຂອງອົງການການຄ້າ ໂລກ (WTO) ໄດ້ເຫັນດີເລີ່ມດຳເນີນການເຈລະຈາຢ່າງເປັນທາງການ ກ່ຽວກັບແຜນການເພີ່ມທະວີການແຈກຢາຍວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ບັນດາປະເທດພວມພັດທະນາ.

        ວັນທີ 9 ມິຖຸນາ, ບັນດາສະມາຊິກຂອງອົງການການຄ້າ ໂລກ (WTO) ໄດ້ເຫັນດີເລີ່ມດຳເນີນການເຈລະຈາຢ່າງເປັນທາງການ ກ່ຽວກັບແຜນການເພີ່ມທະວີການແຈກຢາຍວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ບັນດາປະເທດພວມພັດທະນາ. ບັນຫາຂອງແຜນການດັ່ງກ່າວ ແມ່ນ ເກີດມີທັດສະນະກົງກັນຂ້າມກັນກ່ຽວກັບການຍົກເວັ້ນຊັບສິນທາງປັນຍາສຳລັບວັກຊິນກັນພະຍາດໂຄວິດ - 19.

        ຄາດວ່າ, WTO ຈະເລີ່ມປຶກສາຫາລືແຕ່ວັນທີ 17 ມິຖຸນາ ຈະມາເຖິງ ເພື່ອຕົກລົງຮູບແບບດຳເນີນການເຈະລະຈາ ແລະ ວາງແຜນການແຈກຢາຍວັກຊິນໃນວັນທີ 21 – 22 ກໍລະກົດ ໃນຂະນະທີ່ສະມັດຊາໃຫຍ່ ອົງການ WTO ໂຮມປະຊຸມ.


ຕອບກັບ