WTO ມ​າ​ນະ​ພະ​ຍາ​ຍາມສ້າງ​ຜົນ​ສະ​ທ້ອນ​ຄືນ​ໃໝ່​ຕໍ່​ການ​ຄ້າ​ທົ່ວ​ໂລກ

Chia sẻ
(VOVWORLD) -ວັນທີ 8 ມິຖຸນາ,  ທ່ານນາງ Ngozi Okonjo-Iweala  ຜູ້ອຳນວຍການໃຫຍ່ອົງການ WTO ໄດ້ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມຂັ້ນລັດຖະມົນຕີຄັ້ງທີ 12 (MC12) ຈະບັນລຸໄດ້ຂໍ້ຕົກລົງກ່ຽວກັບບັນຫາຫຼຸດຜ່ອນການໜູນຊ່ວຍໃຫ້ແກ່ການເຄື່ອນໄຫວຫາປາແບບດັບສູນສາຍພັນ ແລະ ແບ່ງປັນວັກຊິນ.
WTO ມ​າ​ນະ​ພະ​ຍາ​ຍາມສ້າງ​ຜົນ​ສະ​ທ້ອນ​ຄືນ​ໃໝ່​ຕໍ່​ການ​ຄ້າ​ທົ່ວ​ໂລກ - ảnh 1ານນາງ Ngozi Okonjo-Iweala  ຜູ້ອຳນວຍການໃຫຍ່ອົງການ WTO  (ພາບ: AFP/TTXVN)

ຕາມແຜນການແລ້ວ, ລັດຖະມົນຕີບັນດາປະເທດສະມາຊິກຂອງອົງການການຄ້າໂລກ (WTO) ຈະຈັດກອງປະຊຸມເປັນກຸ່ມຢູ່ນະຄອນ ເຊີແນວ (ປະເທດສະວິດ) ໃນອາທິດໜ້າ. ຢູ່ກອງປະຊຸມໃຫຍ່ທີ່ສຸດຂອງ WTO ໃນ 4ປີຜ່ານມາ, ອົງການການຄ້າຫຼາຍຝ່າຍນີ້ຫວັງວາຈະຢັ້ງຢືນບົດບາດສຳຄັນຂອງຕົນຄືນໃໝ່ໃນການຊຸກຍູ້ການຄ້າສາກົນ, ກໍ່ຄືນຳມາເຊິ່ງກຳລັງວັງຊາໃໝ່ໃຫ້ແກ່ອົງການ.

ວັນທີ 8 ມິຖຸນາ, ເມື່ອຕອບສຳພາດຕໍ່ນັກຂ່າວຂອງສຳນັກຂ່າວສານ Reuters, ທ່ານນາງ Ngozi Okonjo-Iweala  ຜູ້ອຳນວຍການໃຫຍ່ອົງການ WTO ໄດ້ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມຂັ້ນລັດຖະມົນຕີຄັ້ງທີ 12 (MC12) ຈະບັນລຸໄດ້ຂໍ້ຕົກລົງກ່ຽວກັບບັນຫາຫຼຸດຜ່ອນການໜູນຊ່ວຍໃຫ້ແກ່ການເຄື່ອນໄຫວຫາປາແບບດັບສູນສາຍພັນ ແລະ ແບ່ງປັນວັກຊິນ.

        MC 12 ຈະດຳເນີນເປັນເວລາ 4 ວັນ, ນັບແຕ່ວັນທີ 12 ມິຖຸນາ, ໂດຍໄດ້ຮັບຖືວ່າແມ່ນການທົດສອບສຳຄັນກ່ຽວກັບລະດັບອິດທິພົນຂອງອົງການການຄ້າທົ່ວໂລກ. ນອກຈາກບັນຫາໜູນຊ່ວຍໃຫ້ແກ່ການເຄື່ອນໄຫວຫາປາ ແລະ ໂລກລະບາດແລ້ວ, ບັນດາບັນຫາຕ່າງໆຄື: ກະສິກຳ, ການບໍລິການ, ການພັດທະນາ, ການຄ້ຳປະກັນດ້ານສະບຽງອາຫານ ແລະ ບັນດາປະເທດດ້ອຍພັດທະນາ ກໍ່ນອນໃນໂຄງການດຳເນີນງານຂອງ MC12.

ຕອບກັບ