WTO: ຄວາມເຄັ່ງຕຶງຢູ່ທະເລແດງ ເຮັດໃຫ້ສະພາບການຄ້າທົ່ວໂລກປີ 2024 ບໍ່ມີຄວາມປະເອີບໃຈປານໃດ

Chia sẻ
(VOVWORLD) - ການຄ້າທົ່ວໂລກໃນປີ 2024 ນີ້ບໍ່ມີຄວາມປະເອີບໃຈປານໃດຍ້ອນຜົນສະທ້ອນຈາກສະພາບຄວາມເຄັ່ງຕຶງຢູ່ທະເລແດງ. ກ່າວຄຳເຫັນຕໍ່ບັນດານັກຂ່າວທີ່ເວທີປາໄສເສດຖະກິດໂລກ (WEF) ທີ່ພວມຈັດຂຶ້ນຢູ່ Davos, ປະເທດ ສະວິດ, ການນຳ WTO ໃຫ້ຮູ້ວ່າ: ການເຕີບໂຕເສດຖະກິດທົ່ວໂລກຖືກຊຸດໂຊມລົງ...
WTO: ຄວາມເຄັ່ງຕຶງຢູ່ທະເລແດງ ເຮັດໃຫ້ສະພາບການຄ້າທົ່ວໂລກປີ 2024 ບໍ່ມີຄວາມປະເອີບໃຈປານໃດ - ảnh 1ກ່ຳປັ່ນຂອງທະຫານເຮືອ ອິດສະຣາແອນ ລາດຕະເວນ ຢູ່ເຂດທະເລ ແດງ ໃນວັນທີ 26 ທັນວາ 2023
(ພາບ: AFP/TTXVN)

ວັນທີ 17 ມັງກອນ, ທ່ານນາງ Ngozi Okonjo – Iweala, ຜູ້ອຳນວຍການໃຫຍ່ອົງການການຄ້າໂລກ (WTO) ໄດ້ໃຫ້ຂໍ້ສັງເກດວ່າ: ການຄ້າທົ່ວໂລກໃນປີ 2024 ນີ້ບໍ່ມີຄວາມປະເອີບໃຈປານໃດຍ້ອນຜົນສະທ້ອນຈາກສະພາບຄວາມເຄັ່ງຕຶງຢູ່ທະເລແດງ. ກ່າວຄຳເຫັນຕໍ່ບັນດານັກຂ່າວທີ່ເວທີປາໄສເສດຖະກິດໂລກ (WEF) ທີ່ພວມຈັດຂຶ້ນຢູ່ Davos, ປະເທດ ສະວິດ, ການນຳ WTO ໃຫ້ຮູ້ວ່າ: ການເຕີບໂຕເສດຖະກິດທົ່ວໂລກຖືກຊຸດໂຊມລົງ, ບັນດາຄວາມເຄັ່ງຕຶງດ້ານພູມີສາດການເມືອງຮ້າຍແຮງລົງ, ສະພາບຂາດວັກຂາດຕອນເກີດຂຶ້ນໃໝ່ຢູ່ທະເລແດງ, ເຂດເໝືອງ Suez, Panama ເຮັດໃຫ້ສະພາບການຄ້າທົ່ວໂລກບໍ່ມີຄວາມປະເອີບໃຈປານໃດ.

        ກ່ອນທີ່ເກີດການປະທະກັນລະຫວ່າງ ຮາມາດ - ອິດສະຣາແອນ ໃນເດືອນ ຕຸລາ 2023 ຜ່ານມາ, WTO ຄາດຄະເນວ່າ ການຄ້າທົ່ວໂລກເຕີບໂຕ 0,8% ໃນປີ 2023 ແລະ 3,3% ໃນປີ 2024. ແຕ່ເຖິງຢ່າງໃດກໍ່ຕາມ, ໃນບົດຄຳເຫັນປະກາດໃນທ່ານນາງ Okonjo – Iweala ກ່າວເຕືອນວ່າ: ລະດັບການເຕີບໂຕຂອງປີ 2024 ອາດຈະຕ່ຳກ່ວາ. WTO ໃຫ້ຂໍ້ສັງເກດວ່າ: ມີຄວາມສ່ຽງທີ່ອາດຈະເຮັດໃຫ້ລະດັບການເຕີບໂຕດ້ານການຄ້າທົ່ວໂລກໃນປີ 2024 ຫລຸດລົງ ເມື່ອທຽບໃສ່ບັນດາການຄາດຄະເນກ່ອນໜ້ານັ້ນ. ອົງການນີ້ຈະຕີລາຄາຄືນ ແລະ ດັດປັບການຄາດຄະເນໃນເວລາກ່ວາ 1 ເດືອນຈະມາເຖິງ.

ຕອບກັບ