WTO: ການເຕີບໂຕການຄ້າທົ່ວໂລກໃນປີນີ້ຫລຸດລົງເມື່ອທຽບໃສ່ປີກາຍ

Chia sẻ
(VOVWORLD) - ໃນບົດລາຍງານນີ້, ບັນດານັກເສດຖະກິດຂອງ WTO ຄາດຄະເນ ກ່ຽວກັບການເຕີບໂຕການຄ້າ ແລະ ປະລິມານຕາມລຳດັບແມ່ນ 2,6% ແລະ 2,7%...

ບົດລາຍງານຂອງອົງການການຄ້າໂລກ (WTO) ປະກາດໃນວັນທີ 5 ເມສາ ໃຫ້ຮູ້ວ່າ: ການຄ້າທົ່ວໂລກໃນປີນີ້ຄາດວ່າຈະເຕີບໂຕ 1,7%, ຫລຸດລົງເມື່ອທຽບໃສ່ລະດັບ 2,7% ໃນປີກາຍ. ປະລິມານການຄ້າສິນຄ້າໂລກອາດຈະບໍ່ບັນລຸໄດ້ລະດັບຄືຄວາມລໍຄອຍ ເຖິງວ່າການຄາດຄະເນລະດັບ GDP ໄດ້ເພີ່ມຂຶ້ນໜ້ອຍໜຶ່ງ ນັບແຕ່ລະດູໃບໄມ້ຫຼົ່ນປີກາຍ ໃນສະພາບການທີ່ຍັງມີຫຼາຍຄວາມຂາດສະຖຽນລະພາບຍ້ອນຜົນກະທົບຈາກການປະທະກັນຢູ່ ຢູແກຼນ, ສະພາບໄພເງິນເຟີ້ສູງແກ່ຍາວ, ນະໂຍບາຍເງິນຕາຖືກຮັດແໜ້ນ ແລະ ຕະຫຼາດການເງິນບໍ່ມີສະຖຽນລະພາບ.

        ໃນບົດລາຍງານນີ້, ບັນດານັກເສດຖະກິດຂອງ WTO ຄາດຄະເນ ກ່ຽວກັບການເຕີບໂຕການຄ້າ ແລະ ປະລິມານຕາມລຳດັບແມ່ນ 2,6% ແລະ 2,7%, ລ້ວນແຕ່ຕ່ຳກ່ວາລະດັບສະເລ່ຍປານກາງໃນ 12 ປີຜ່ານມາ. ທ່ານ Ngozi Okanjo – Iweala, ຜູ້ອຳນວຍການໃຫຍ່ WTO ໃຫ້ຮູ້ວ່າ: ການຄ້າສືບຕໍ່ແມ່ນກຳລັງໜູນຊ່ວຍຟື້ນຟູພື້ນຖານເສດຖະກິດທົ່ວໂລກ, ແຕ່ຍັງຈະຮັບຄວາມກົດດັນຈາກບັນດາປັດໄຈຢູ່ພາຍນອກໃນປີນີ້. ດັ່ງນັ້ນ, ບັນດາລັດຖະບານຍິ່ງຕ້ອງມີການກະທຳທີ່ວະເໝີຕົ້ນສະເໝີປາຍ, ຫຼີກລ້ຽງການກະທຳທີ່ຂາດການລະງັບໃຈ ຫຼື ກໍ່ຄວາມຂີດຂວາງດ້ານການຄ້າ.

 

ຕອບກັບ