WEF ເລື່ອນເວລາຈັດກອງປະຊຸມປະຈຳປີຢູ່ Davos ປະເທດ ສະວິດ ຍ້ອນໂລກລະບາດໂຄວິດ-19

Chia sẻ
(VOVWORLD) - ວັນທີ 26 ສິງຫາ, ເວທີປາໄສເສດຖະກິດໂລກ (WEF) ໄດ້ຕັດສິນໃຈເລື່ອນເວລາຈັດກອງປະຊຸມປະຈຳປີ 2021 ຢູ່ Davos (ສະວິດ) ໄປຮອດຕົ້ນລະດູຮ້ອນປີ 2021

 ຍ້ອນວ່າ ຖ້າຈັດຕັ້ງເຫດການດັ່ງກ່າວ ໃນຕົ້ນປີຄືປົກກະຕິນັ້ນ ຈະບໍ່ມີຄວາມປອດໄພຍ້ອນສະພາບການໂລກລະບາດໂຄວິດ-19 ພວມແຜ່ລະບາດຢ່າງແຮງໃນໂລກ.

WEF ເລື່ອນເວລາຈັດກອງປະຊຸມປະຈຳປີຢູ່ Davos ປະເທດ ສະວິດ ຍ້ອນໂລກລະບາດໂຄວິດ-19 - ảnh 1WEF ເລື່ອນເວລາຈັດກອງປະຊຸມປະຈຳປີຢູ່ Davos ປະເທດ ສະວິດ ຍ້ອນໂລກລະບາດໂຄວິດ-19 (ພາບ: Medium)

        ບັນດາຂໍ້ມູນຂ່າວລະອຽດທີ່ກ່ຽວຂ້ອງເຖິງວັນເວລາ ແລະ ສະຖານທີ່ຈັດຕັ້ງກອງປະຊຸມປະຈຳປີ WEF ໃນປີ 2021 ນັ້ນຈະໄດ້ຂຶ້ນແຜນໃນທັນທີ ພາຍຫລັງ WEF ກຳນົດໄດ້ບັນດາເງື່ອນໄຂທັງໝົດ ເພື່ອຮັບປະກັນສຸຂະພາບ ແລະ ຄວາມປອດໄພໃຫ້ບັນດາຜູ້ເຂົ້າຮ່ວມ.

ຕອບກັບ