WEF ASEAN 2018: ASEAN ສະໜັບສະໜູນການຮັກສາການຄ້າເສລີ

Chia sẻ
(VOVWORLD) - ກ່າວຄຳເຫັນທີ່ເວທີປາໄສ WEF ASEAN 2018, ທ່ານ ຫຼີຊຽນຫຼົງ, ນາຍົກລັດຖະມົນຕີ ສິງກະໂປ, ເຊິ່ງເປັນປະເທດປະທານ ອາຊຽນ ປີ 2018
WEF ASEAN 2018:  ASEAN ສະໜັບສະໜູນການຮັກສາການຄ້າເສລີ - ảnh 1ທ່ານ ຫຼີຊຽນຫຼົງ, ນາຍົກລັດຖະມົນຕີ ສິງກະໂປ ກ່າວຄຳເຫັນທີ່ວາລະປະຊຸມ

ການນຳບັນດາປະເທດສະມາຊິກ ອາຊຽນ ໄດ້ສະໜັບສະໜູນເລື່ອງຮັກສາການຄ້າເສລີຄືດັ່ງປັດໄຈຫຼັກແຫຼ່ງໃນການພັດທະນາເສດຖະກິດໄລຍະຍາວ. ໜັງສືພິມ The Straits Times (ສິງກະໂປ) ສະບັບອອກວັນທີ 13 ກັນຍາ ໃຫ້ຮູ້ວ່າ ທັດສະນະດັ່ງກ່າວໂດຍບັນດາປະເທດ ອາຊຽນ  ສະແດງອອກທີ່ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ (WEF ASEAN) 2018, ທີ່ຈັດຕັ້ງຢູ່ຮ່າໂນ້ຍ.

        ກ່າວຄຳເຫັນທີ່ເວທີປາໄສ WEF ASEAN 2018, ທ່ານ ຫຼີຊຽນຫຼົງ, ນາຍົກລັດຖະມົນຕີ ສິງກະໂປ, ເຊິ່ງເປັນປະເທດປະທານ ອາຊຽນ ປີ 2018ຖືວ່າ, ໜ້າທີ່ຂອງປະເທດນີ້ແມ່ນເພີ່ມທະວີການຮ່ວມມືກັບບັນດາປະເທດຮ່ວມທິດກ້າວເດີນໃນວິວັດທະນາການສ້າງຕັ້ງລະບົບການຄ້າຫຼາຍຝ່າຍເປີດ, ໂດຍອີງໃສ່ບັນດາຫຼັກການເຫັນດີເປັນເອກະພາບ. ຕາມທ່ານແລ້ວ, ລະບົບນີ້ແມ່ນຮັບປະກັນການເຕີບໂຕ ແລະ ສະຖຽນລະພາບ. ທ່ານກໍ່ຖືວ່າ ປະຈຸບັນ ລະບົບນີ້ພວມຖືກກຳລັງກົດດັນ ແລະ ຖືກນາບຂູ່ຢ່າງໜັກໜ່ວງ.

        ກ່ຽວຂ້ອງເຖິງບັນຫານີ້, ທ່ານຮອງນາຍົກລັດຖະມົນຕີ ຈີນ ຂູຊ໊ວງຂວາ, ນຳໜ້າຄະນະຜູ້ແທນຈີນ ເຂົ້າຮ່ວມກອງປະຊຸມ WEF ASEAN 2018, ກໍ່ຮຽກຮ້ອງບັນດາປະເທດຕັດສິນໃຈຄັດຄ້ານນະໂຍບາຍອາລັກຂາການຄ້າຢ່າງເດັດຂາດ.

ຕອບກັບ