WB ພ້ອມແລ້ວທີ່ຈະ ໜູນຊ່ວຍຫວຽດນາມ ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ແລະ ພັດທະນາໃຫ້ແກ່ຫວຽດນາມ

Chia sẻ
(vovworld) – WB ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ຫວຽດນາມ ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ ກໍ່​ຄື​ສະຫງວນ​ແຫຼ່ງທຶນ​ໜູນ​ຊ່ວຍ​ການ​ພັດທະນາ​ໃຫ້​ແກ່​ຫວຽດນາມ.
WB ພ້ອມແລ້ວທີ່ຈະ ໜູນຊ່ວຍຫວຽດນາມ ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ແລະ ພັດທະນາໃຫ້ແກ່ຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ
​ຕ້ອນຮັບທ່ານ​ນາງ Victoria Kwakwa ​ຜູ້ອຳນວຍການ​ທະນາຄານ​ໂລກ (WB)
(ພາບ: .chinhphu.vn)


(vovworld) –   ຕອນ​ບ່າຍ​ວັນ​ທີ 29/5, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໃຫ້ການ​ຕ້ອນຮັບທ່ານ​ນາງ Victoria Kwakwa ​ຜູ້ອຳນວຍການ​ທະນາຄານ​ໂລກ (WB) ປະຈຳ​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຢືນຢັນ​ວ່າ, ລັດຖະບານ​ຫວຽດນາມ​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ WB ​ເພື່ອ​ແນ​ໃສ່​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ ​ແລະ ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງຂອງ​ພື້ນຖານ​ເສດຖະກິດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ  ​ໃຫ້​ຮູ້​​ໄດ້​ສະ​ເໜີ WB ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ຫວຽດນາມ, ພິ​ເສດ​ແມ່ນ​​ໃນການ​ສ້າງ​ບັນດາ​ໂຄງການ​ພັດທະນາ​ເສດຖະກິດ​ສັງຄົມ​ດ້ວຍ​ແຫຼ່ງທຶນ​ຂອງ WB. ຜູ້ອຳນວຍການ WB ປະຈຳ​ຫວຽດນາມ ຢືນຢັນ​ວ່າ, WB ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ຫວຽດນາມ ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ ກໍ່​ຄື​ສະຫງວນ​ແຫຼ່ງທຶນ​ໜູນ​ຊ່ວຍ​ການ​ພັດທະນາ​ໃຫ້​ແກ່​ຫວຽດນາມ.