WB ຕີລາຄາສູງຜົນງານໃນການຫັນເປັນດີຈີຕອນຢູ່ ອິນເດຍ

Chia sẻ
(VOVWORLD) - ທີ່ການປະຕິບັດງານຄັ້ງນີ້,  ທ່ານນາງໄດ້ເຂົ້າຮ່ວມກອງປະຊຸມປະຈຳປີຂອງກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ (WB
WB ຕີລາຄາສູງຜົນງານໃນການຫັນເປັນດີຈີຕອນຢູ່ ອິນເດຍ - ảnh 1ທ່ານ David Malpass, ປະທານທະນາຄານໂລກ (ພາບ: AFP/TTXVN)

ວັນທີ 16 ຕຸລາ, ທ່ານ David Malpass, ປະທານທະນາຄານໂລກ ສະເໜີຕ້ອງສົມທົບກັບ ອິນເດຍ ເພື່ອແຜ່ກະຈາຍບັນດາຄວາມມານະພະຍາຍາມຫັນເປັນດີຈີຕອນທີ່ປະສົບຜົນສຳເລັດຂອງປະເທດນີ້ໄປຍັງບັນດາປະເທດອື່ນເພື່ອເຂົາເຈົ້າອາດຈະໄດ້ຮັບຜົນປະໂຫຍດ.

        ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງສິ້ນສຸດການຢ້ຽມຢາມ ອາເມລິກາ (ແຕ່ວັນທີ 11 – 16 ຕຸລາ), ທ່ານນາງ Nirmala Sitharaman, ລັດຖະມົນຕີກະຊວງການເງິນ ອິນເດຍ ໃຫ້ຮູ້ວ່າ: ທີ່ການປະຕິບັດງານຄັ້ງນີ້,  ທ່ານນາງໄດ້ເຂົ້າຮ່ວມກອງປະຊຸມປະຈຳປີຂອງກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ (WB). ຕາມທ່ານນາງລັດຖະມົນຕີ Nirmala Sitharaman ແລ້ວ, ທີ່ການພົບປະຢູ່ນະຄອນຫຼວງ ວໍຊິງຕັນ, ທ່ານປະທານທະນາຄານໂລກ David Malpass ສະເໜີໃຫ້ ອິນເດຍ ຈົ່ງແນະນຳກ່ຽວກັບການພັດທະນາທີ່ເລິກເຊິ່ງ, ກ້ວາງຂວາງຂອງບັນດາການໝູນໃຊ້ດີຈີຕອນຢູ່ປະເທດນີ້ ແລະ ວິທີທີ່ປະຊາຄົມຍ້ອນມີບັນດາໂປຼແກຼມນີ້. ທ່ານ David Malpass ຢັ້ງຢືນວ່າ: ທິນາຄານໂລກໄດ້ຕີລາຄາສູງຜົນງານຂອງ ອິນເດຍ ໃນວິວັດການຫັນເປັນດີຈີຕອນ; ພ້ອມທັງສະແດງຄວາມຫວັງຢາກສົມທົບກັບ ອິນເດຍ ເພື່ອນຳໂປກແກັມຫັນເປັນດີຈີຕອນໄປຍັງບັນດາພາກພື້ນອື່ນໃນໂລກ.

ຕອບກັບ