VOV ແລະ ຄະນະຊີ້ນຳ ເຂດຕາເວັນຕົກພາກໃຕ້ ຫວຽດນາມ ລົງນາມໃນຂໍ້ກຳນົດສົມທົບກັນໂຄສະນາ

Chia sẻ
(vovworld) - ອົງການ​ປະຈຳ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ຫວຽດນາມ ຢືນຢັນ​ວ່າ ຈະ​ສະໜອງ​​ຢ່າງ​ທັນ​ການ​ໃຫ້​ VOV ກ່ຽວ​ກັບບັນດາ​ຂໍ້​ມູນ​ຂ່າວ​ສານທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ບັນຫາ​ພັດທະນາ​ເສດຖະກິດ, ວັດທະນະທຳ, ສັງຄົມ, ຊົນ​ເຜົ່າ, ສາສະໜາ...
VOV ແລະ ຄະນະຊີ້ນຳ ເຂດຕາເວັນຕົກພາກໃຕ້ ຫວຽດນາມ ລົງນາມໃນຂໍ້ກຳນົດສົມທົບກັນໂຄສະນາ - ảnh 1
(ພິທີ​ລົງ​ນາມລະ​ຫວ່າງວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV) ​
ແລະ ຄະນະ​ຊີ້​ນຳ​​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ຫວຽດນາມ)


(vovworld) - ​​ທີ່​ພິທີ​ລົງ​ນາມລະ​ຫວ່າງວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV) ​ແລະ ຄະນະ​ຊີ້​ນຳ​​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ຫວຽດນາມ ກ່ຽວ​ກັບ​ຂໍ້​ກຳນົດ​ສົມທົບ​ກັນ​​ໂຄສະນາ ​​ຖືກ​ຈັດ​ຂຶ້ນເມື່ອ​ຕອນ​ບ່າຍ​ວັນ​ທີ 24/03, ຢູ່​ນະຄອນ​ເກີນ​ເທີ, ອົງການ​ປະຈຳ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ຫວຽດນາມ ຢືນຢັນ​ວ່າ ຈະ​ສະໜອງ​​ຢ່າງ​ທັນ​ການ​ໃຫ້​ VOV ກ່ຽວ​ກັບບັນດາ​ຂໍ້​ມູນ​ຂ່າວ​ສານທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ບັນຫາ​ພັດທະນາ​ເສດຖະກິດ, ວັດທະນະທຳ, ສັງຄົມ, ຊົນ​ເຜົ່າ, ສາສະໜາ, ກໍ່ສ້າງ​ລະບົບ​ການ​ເມືອງ, ​ຮ່ວມ​ສຳພັນ​ລະຫວ່າງ​ເຂດ, ຮັບ​ມື​ກັບ​ການ​ປ່ຽນ​ແປ່​ງຂອງ​ດິນ​ຟ້າ​ອາກາດ... ​ຢູ່ເຂດ​ທົ່ງພຽງ​ແມ່ນ​ນ້ຳຂອງທາງ​ພາກ​ໃຕ້​ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ລົງ​ນາມ, ຜູ້ອຳນວຍການ​ໃຫຍ່ VOV ທ່ານ ຫງວຽນດັງ​ຕ໋ຽນ ຢືນຢັນ​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຄິດ​ວ່າ, ພິທີ​ລົງ​ນາມ​ໃນ​ມື​ນີ້ ​​ແມ່ນສະ​ແດງ​ໃຫ້​ເຫັນ​ພາລະ​ໜ້າ​ທີ່​ຂອງ VOV ປະຕິບັດ 3 ຂອດ​ບຸກທະລຸ​ຂອງ​ພັກ ​ແລະ ລັດ ນັ້ນ​ແມ່ນ ສ້າງ​ລະບອບ​ບັນຍັດ, ບັນຫາ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ. ດ້ວຍ​ພາຫະນະ​ພ້ອມ​ກັບ​ຖັນ​ແຖວ​ຂອງ​ຕົນ ຈະ​ພ້ອມ​ກັບຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ຫວຽດນາມ ​ແລະ ປະຊາຊົນ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ພັດທະນາ 3 ຍຸດ​ທະ​ສາດ​ນີ້. ນອກຈາກນັ້ນ​ຍັງ​ມີ​ 2 ໜ້າ​ທີ່​ສຳຄັນອີກ​ນັ້ນແມ່ນ ບັນຫາ​ຍົກ​ສູງ​ມຸນ​ຄ່າຜະລິດ​ຕະພັນ​ກະ​ເສດ ​ແລະ ບັນຫາ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ວັດທະນະທຳ​ເຂດ​ທົ່ງພຽງ​ແມ່ນ​ນ້ຳຂອງທາງ​ພາກ​ໃຕ້​ຫວຽດນາມ”.