VinFast ເລີ່ມລົງມືກໍ່ສ້າງໂຮງງານຜະລິດລົດໄຟຟ້າຢູ່ ອາເມລິກາ

Chia sẻ
(VOVWORLD) - ນີ້ຈະແມ່ນໂຮງງານຜະລິດລົດໄຟຟ້າແຫ່ງທຳອິດຢູ່ລັດນີ້, ປະກອບສ່ວນເຂົ້າໃນແຫຼ່ງສະໜອງລົດໄຟຟ້າໃຫ້ແກ່ຕະຫຼາດ ອາເມລິກາ ເໜືອ.
VinFast ເລີ່ມລົງມືກໍ່ສ້າງໂຮງງານຜະລິດລົດໄຟຟ້າຢູ່ ອາເມລິກາ - ảnh 1(ຄາດວ່າ, ໂຮງງານຂອງ VinFast ຈະນຳເຂົ້າໃຊ້ການນັບແຕ່ປີ 2025)

ວັນທີ 28 ກໍລະກົດ, VinFast ໄດ້ຈັດພິທີເລີ່ມລົງມືກໍ່ສ້າງໂຮງງານຜະລິດລົດໄຟຟ້າ ດ້ວຍຈຳນວນເງິນລົງທຶນຂຶ້ນເຖິງ 4 ຕື້ USD ຢູ່ລັດ Carolina ເໜືອ, ປະເທດ ອາເມລິກາ.

ນີ້ຈະແມ່ນໂຮງງານຜະລິດລົດໄຟຟ້າແຫ່ງທຳອິດຢູ່ລັດນີ້, ປະກອບສ່ວນເຂົ້າໃນແຫຼ່ງສະໜອງລົດໄຟຟ້າໃຫ້ແກ່ຕະຫຼາດ ອາເມລິກາ ເໜືອ. ດ້ວຍເນື້ອທີ່ປະມານ 730 ເຮັກຕາ, ໂຄງການໂຮງງານ VinFast ໄດ້ແບ່ງເປັນ 2 ໄລຍະ: ໄລຍະທີ 1 ດ້ວຍເງິນລົງທຶນປະມານ 2 ຕື້ USD, ປະລິມານການຜະລິດຄາດວ່າຈະແມ່ນປະມານ 150.000 ຄັນ/ປີ ແລະ ໄລຍະທີ 2 ແມ່ນເປີດກວ້າງໂຮງງານ. ເມື່ອຕີລາຄາກ່ຽວກັບແຜນການພັດທະນາຂອງ VinFast ຢູ່ ອາເມລິກາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຫງວຽນກວກຢຸງ, ໃຫ້ຮູ້ວ່າ:

“ອາດເວົ້າໄດ້ວ່າ, ການລົງທຶນຂອງ VinFast ທີ່ຜະລິດລົດໄຟຟ້າຢູ່ ອາເມລິກາ ແມ່ນທິດກ້າວເດີນຢ່າງຖືກຕ້ອງກັບບຸລິມະສິດຂອງ ອາເມລິກາ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ກໍຄືສ້າງວຽກເຮັດງານທຳ, ການຜະລິດສຸມໃສ່ເຕັກໂນໂລຊີສູງ. ເຫດການເລີ່ມລົງມືກໍ່ສ້າງນີ້ແມ່ນມີຄວາມໝາຍ ເມື່ອຖືກດຳເນີນກົງກັບຈຸດເວລາເຊິ່ງ ຫວຽດນາມ ແລະ ອາເມລິກາ ພວມດຳເນີນການສະເຫຼີມສະຫຼອງ 10 ປີແຫ່ງວັນການພົວພັນຄູ່ຮ່ວມມືຮອບດ້ານ. ນີ້ແມ່ນສິ່ງພິສູດໃຫ້ເຫັນການພັດທະນາຂອງການພົວພັນຄູ່ຮ່ວມມືຮອບດ້ານໃນໄລຍະ 10 ປີຜ່ານມາ”.

ຄາດວ່າ, ໂຮງງານຂອງ VinFast ຈະນຳເຂົ້າໃຊ້ການນັບແຕ່ປີ 2025.

ຕອບກັບ