Vinfast ເປີດ​ສະຫຼອງ​ຮ້ານຂາຍ​ລົດ​ແຫ່ງ​ທໍ​າ​ອິດ​ຢູ່ Vancouver, ກາ​ນາ​ດາ

Chia sẻ
(VOVWORLD) -    ວັນທີ 18 ເມສາ, Vinfast ປະກາດເປີດສະຫຼອງຮ້ານຂາຍລົດແຫ່ງທຳອິດຢູ່ Vancouver, ແຂວງ British Colombia, ການາດາ, ສ້າງຂີດໝາຍແກ່ການປະກົດຕົວຢູ່ເຂດຝັ່ງຕາເວັນຕົກ. ນີ້ແມ່ນ Vinfast Store ແຫ່ງທີ 8 ຢູ່ ການາດາ.
Vinfast  ເປີດ​ສະຫຼອງ​ຮ້ານຂາຍ​ລົດ​ແຫ່ງ​ທໍ​າ​ອິດ​ຢູ່ Vancouver, ກາ​ນາ​ດາ - ảnh 1ຮ້ານຂາຍລົດແຫ່ງທຳອິດຢູ່ Vancouver, ແຂວງ British Colombia, ການາດາ (ພາບ: Vietnam+)

ທ່ານນາງ ຫງວຽນທິເວິນແອັງ, ຜູ້ອຳນວຍການໃຫຍ່ Vinfast ອາເມລິກາເໜືອ, ໃຫ້ຮູ້ວ່າ Vancouver ແມ່ນໜຶ່ງໃນບັນດາຕະຫຼາດໃຫຍ່ຂອງ Vinfast ຢູ່ ການາດາ ຍ້ອນມີຄົບທຸກປັດໄຈ: ເປັນນະຄອນໃຫຍ່ດ້ວຍພື້ນຖານໂຄງລ່າງທີ່ດີ, ມີຫຼາຍນະໂຍບາຍສົ່ງເສີມການຫັນເປັນໄຟຟ້າ, ປະຊາຊົນສະໜັບສະໜູນ ແລະ ເປີດອົກເປີດໃຈຕ້ອນຮັບລົດໄຟຟ້າ. ດ້ວຍການເປີດຕົວຂອງຮ້ານ Vinfast Park Royal, Vinfast ໄດ້ສ້າງລະບົບຂາຍຍ່ອຍ ແລະ ການບໍລິການຢູ່ 3 ນະຄອນໃຫຍ່ສຸດຂອງການາດາ ນັ້ນແມ່ນ Montreal, Toronto  ແລະ Vancouver.

ໃນໄລຍະຈະມາເຖິງ, Vinfast ຈະສືບຕໍ່ປະຕິບັດແຜນການເປີດກວ້າງລະບົບຫ້າງຮ້ານ, ພ້ອມທັງສົມທົບກັບບັນດາຄູ່ຮ່ວມຈຳໜ່າຍ ເພື່ອແນໃສ່ນຳບັນດາຜະລິດຕະພັນຂອງ Vinfast ມາສູ່ລູກຄ້າ ການາດາ ໄດ້ຢ່າງວ່ອງໄວ.


ຕອບກັບ