VinFast ມອບສົ່ງ​ລົດ​ໄຟ​ຟ້າ VF8 ໃຫ້​ແກ່​ລູກ​ຄ້າ ຢູ່​ອາ​ເມ​ລິ​ກາ​ນັບ​ແຕ່​ວັນ​ທີ 1 ມີ​ນາ

Chia sẻ
(VOVWORLD) -ພິທີມອບສົ່ງລົດ VF8 City Edition ຈະໄດ້ຈັດຕັ້ງໃນວັນທີ 1 ມີນາຢູ່ຮ້ານຂາຍລົດຂອງ VinFast ຢູ່ California ແລະ ຈະມອບຢູ່ເຮືອນສ່ວນຕົວຂອງລູກຄ້າໃນຊຸມວັນຕໍ່ໄປ.
VinFast ມອບສົ່ງ​ລົດ​ໄຟ​ຟ້າ VF8 ໃຫ້​ແກ່​ລູກ​ຄ້າ ຢູ່​ອາ​ເມ​ລິ​ກາ​ນັບ​ແຕ່​ວັນ​ທີ 1 ມີ​ນາ - ảnh 1ພາບປະກອບ: VinFast

ຕອນບ່າຍວັນທີ 27 ກຸມພາ, VinFast ໂຮງງານຜະລິດໂອໂຕ ແລະ ລົດຈັກໄຟຟ້າ ຂອງ ຫວຽດນາມ, ເຊິ່ງແມ່ນສະມາຊິກຂອງກຸ່ມບໍລິສັດ Vingroup ໃຫ້ຮູ້ວ່າ ຈະດຳເນີນການມອບສົ່ງບັນດາລົດໄຟຟ້າ VF8 City Edition ຄັນທຳອິດໃຫ້ແກ່ຕະຫຼາດອາເມລິກາແຕ່ວັນທີ 1 ມີນາ. ບັນດາລົດໄຟຟ້າ VinFast ຄັນທຳອິດທີ່ໄດ້ຮັບການມອບສົ່ງໃນຄັ້ງນີ້ ຢູ່ໃນງວດລົດ 999 version City Edition ທີ່ໄດ້ສົ່ງໄປຍັງ ອາເມລິກາເມື່ອເດືອນ ທັນວາປີ 2022. ພິທີມອບສົ່ງລົດ VF8 City Edition ຈະໄດ້ຈັດຕັ້ງໃນວັນທີ 1 ມີນາຢູ່ຮ້ານຂາຍລົດຂອງ VinFast ຢູ່ California ແລະ ຈະມອບຢູ່ເຮືອນສ່ວນຕົວຂອງລູກຄ້າໃນຊຸມວັນຕໍ່ໄປ.

ຖັດຈາກອາເມລິກາ, ໃນປີນີ້, ລົດໄຟຟ້າ VinFast ຄາດວ່າຈະໄດ້ມອບສົ່ງໃຫ້ລູກຄ້າຢູ່ ການາດາ, ຝລັ່ງ, ເຢຍລະມັນ, ໂຮນລັງ.

ຕອບກັບ