Vinfast ກໍ່​ສ້າງ​ໂຮງ​ງານຢູ່ ອິນ​ເດຍ, ມີ​ສະ​ມັດ​ຕະ​ພາບ​ຜະ​ລິດ​ລົດ​ໄຟ​ຟ້າ 150.000 ຄັນ​ຕໍ່​ປີ

Chia sẻ
(VOVWORLD) - ໂຄງການກໍ່ສ້າງໂຮງງານຜະລິດລົດໄຟຟ້າຂອງ VinFast ຢູ່ Tamil Nadu ເມື່ອໄດ້ນຳເຂົ້າໃຊ້ການຢ່າງເປັນທາງການແລ້ວ ຈະສ້າງວຽກເຮັດງານທຳໃຫ້ແຮງງານທ້ອງຖິ່ນ ປະມານ 3.000 – 3.500 ຄົນ. ໂຮງງານດັ່ງກ່າວ ບໍ່ພຽງແຕ່ຕອບສະໜອງບັນດາເປົ້າໝາຍພັດທະນາຢູ່ຕະຫຼາດ ອິນເດຍ ເທົ່ານັ້ນ ຫາກຍັງຮັບໃຊ້ເປົ້າໝາຍການສົ່ງອອກໄປຍັງບັນດາປະເທດ ອາຊີໃຕ້, ຕາເວັນອອກກາງ ແລະ ອາຟະລິກາ ອີກດ້ວຍ.
Vinfast ກໍ່​ສ້າງ​ໂຮງ​ງານຢູ່ ອິນ​ເດຍ, ມີ​ສະ​ມັດ​ຕະ​ພາບ​ຜະ​ລິດ​ລົດ​ໄຟ​ຟ້າ 150.000 ຄັນ​ຕໍ່​ປີ - ảnh 1ໂຮງງານຜະລິດລົດໄຟຟ້າ VinFast ຕັ້ງຢູ່ແຂວງ ຫາຍຟ່ອງ ຂອງ ຫວຽດນາມ (ພາບ: BNEWS/TTXVN)

VinFast Auto ຈະຈັດພິທີວາງສີລາລຶກການກໍ່ສ້າງໂຮງງານຜະລິດລົດໄຟຟ້າຢູ່ນະຄອນ Thoothukudi, ລັດ Tamil Nadu, ອິນເດຍ ໃນວັນອາທິດຈະມາເຖິງ (ວັນທີ 25 ກຸມພາ, ດ້ວຍມູນຄ່າການລົງທຶນໃນເບື້ອງຕົ້ນແມ່ນ 500 ລ້ານ USD, ມີສະມັດຕະພາບໃນການຜະລິດລົດໄຟຟ້າ 150.000 ຄັນຕໍ່ປີ. ເຫດການດັ່ງກ່າວໄດ້ສ້າງບາດກ້າວເດີນສຳຄັນໃນການພົວພັນຮ່ວມມືຍຸດທະສາດລະຫວ່າງ VinFast ແລະ ອຳນາດການປົກຄອງລັດ Tamil Nadu, ມຸ່ງໄປເຖິງເປົ້າໝາຍລວມ ຊຸກຍູ້ການພັດທະນາຄົມມະນາຄົມສີຂຽວ ຢູ່ ອິນເດຍ ແລະ ພາກພື້ນ.

ການຮ່ວມມືຍຸດທະສາດລະຫວ່າງ Vinfast ແລະ ອຳນາດການປົກຄອງ ລັດ Tamil Nadu ໄດ້ສ້າງຕັ້ງຂຶ້ນພາຍຫຼັງພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື (MoU) ໃນວັນທີ 6 ມັງກອນ. ນີ້ແມ່ນຂີດໝາຍສຳຄັນໃນວິວັດທະນາການເປີດກວ້າງທົ່ວໂລກຂອງ VinFast, ສ້າງຂີດໝາຍແກ່ບາດກ້າວເດີນຂອງບໍລິສັດເຂົ້າໃນຕະຫຼາດລົດໄຟຟ້າທີ່ມີກຳລັງບົ່ມຊ້ອນແຖວໜ້າໂລກ. ໂຄງການກໍ່ສ້າງໂຮງງານຜະລິດລົດໄຟຟ້າຂອງ VinFast ຢູ່ Tamil Nadu ເມື່ອໄດ້ນຳເຂົ້າໃຊ້ການຢ່າງເປັນທາງການແລ້ວ ຈະສ້າງວຽກເຮັດງານທຳໃຫ້ແຮງງານທ້ອງຖິ່ນ ປະມານ 3.000 – 3.500 ຄົນ. ໂຮງງານດັ່ງກ່າວ ບໍ່ພຽງແຕ່ຕອບສະໜອງບັນດາເປົ້າໝາຍພັດທະນາຢູ່ຕະຫຼາດ ອິນເດຍ ເທົ່ານັ້ນ ຫາກຍັງຮັບໃຊ້ເປົ້າໝາຍການສົ່ງອອກໄປຍັງບັນດາປະເທດ ອາຊີໃຕ້, ຕາເວັນອອກກາງ ແລະ ອາຟະລິກາ ອີກດ້ວຍ.

ຕອບກັບ