VIETNAM MEDI-PHARM ປິ 2024 ດຶງດູດ 30 ປະເທດ ແລະ ເຂດແຄ້ວນເຂົ້າຮ່ວມ

ງອັກແອັງ
Chia sẻ
(VOVWORLD) - ເຫດການຈະຈັດຂຶ້ນແຕ່ວັນທີ 09 – 12 ພຶດສະພາ, ຢູ່ສູນວັດທະນະທຳມິດຕະພາບ, ເລກທີ 91, ຖະໜົນ ເຈິ່ນຮືງດ້າວ, ຮ່າໂນ້ຍ.
VIETNAM MEDI-PHARM ປິ 2024 ດຶງດູດ 30 ປະເທດ ແລະ ເຂດແຄ້ວນເຂົ້າຮ່ວມ - ảnh 1

       ຕອນເຊົ້າວັນທີ 19 ເມສາ, ຢູ່ ຮ່າໂນ້ຍ, ບໍລິສັດຫຸ້ນສ່ວນສົ່ງອອກ - ນຳເຂົ້າດ້ານສາທາລະນາສຸກ ຫວຽດນາມ ແລະ ບໍລິສັດຫຸ້ນສ່ວນງານຕະຫຼາດນັດວາງສະແດງ ແລະ ໂຄສະນາ ຫວຽດນາມ ຈັດກອງປະຊຸມຂ່າວກ່ຽວກັບ “ງານວາງສະແດງ

ສາກົນສະເພາະຂະແໜງການແພດ ຫວຽດນາມ ຄັ້ງທີ 31 VIETNAM MEDI-PHARM ປີ 2024”. ເຫດການຈະຈັດຂຶ້ນແຕ່ວັນທີ 09 – 12 ພຶດສະພາ, ຢູ່ສູນວັດທະນະທຳມິດຕະພາບ, ເລກທີ 91, ຖະໜົນ ເຈິ່ນຮືງດ້າວ, ຮ່າໂນ້ຍ. VIETNAM MEDI- PHARM ປີ 2024 ມີຮ້ານວາງສະແດງກວ່າ 500 ຮ້ານ, 350 ຫົວໜ່ວຍ; ບັນດາວິສາຫະກິດຂອງ ຫວຽດນາມ ແລະ ສາກົນມີຫ້ອງການປະຈຳ ຫວຽດນາມ; ບັນດາເຄື່ອງໝາຍການຄ້າ, ວິສາຫະກິດ, ຜະລິດຕະພັນທີ່ມາຈາກ 30 ປະເທດ ແລະ ເຂດແຄ້ວນ, ຄື: ຊູແອັດ, ແບນຊິກ, ເຢຍລະມັນ, ໂຮນລັງ, ໂປໂລຍ, ອາເມລິກາ, ຍີ່ປຸ່ນ, ອິນເດຍ, ມາເລເຊຍ, ນິວຊີແລນ, ປາກິດສະຖານ, ສິງກະໂປ, ໄທ, ໄຕຫວັນ (ຈີນ), ຈີນ, ຫວຽດນາມ…

ຕອບກັບ