UNICEF ຮຽກ​ຮ້ອງ G7 ແລະ EU ແບ່ງ​ປັນ​ວັກ​ຊິນ​​ໃຫ້​ແກ່​ບັນ​ດາ​ປະ​ເທດທຸກ​ຍາກໂດຍ​ດ່ວນ

Chia sẻ
(VOVWORLD) -ກຸ່ມບັນດາປະເທດອຸດສາຫະກຳແຖວໜ້າໂລກ (G7) ແລະ ສະຫະພາບເອີຣົບ (EU) ມີຄວາມສາມາດອຸປະຖຳວັກຊິນກັນພະຍາດໂຄວິດ - 19 ຫຼາຍກວ່າ 150 ລ້ານໂດສ ໃຫ້ແກ່ບັນດາປະເທດທີ່ພວມຂາດແຄນວັກຊິນກັນພະຍາດດັ່ງກ່າວ ໂດຍບໍ່ສົ່ງຜົນກະທົບຕໍ່ເປົ້າໝາຍສັກວັກຊິນຂອງຕົນ.
UNICEF ຮຽກ​ຮ້ອງ G7 ແລະ EU ແບ່ງ​ປັນ​ວັກ​ຊິນ​​ໃຫ້​ແກ່​ບັນ​ດາ​ປະ​ເທດທຸກ​ຍາກໂດຍ​ດ່ວນ - ảnh 1ວັກຊິນກັນພະຍາດໂຄວິດ - 19 Astra Zeneca (ພາບ: PAP/TTXVN)

ວັນທີ 17 ພຶດສະພາ, ກອງທຶນເພື່ອເດັກ ແຫ່ງ ສປຊ (UNICEF) ໃຫ້ຮູ້ວ່າ ກຸ່ມບັນດາປະເທດອຸດສາຫະກຳແຖວໜ້າໂລກ (G7) ແລະ ສະຫະພາບເອີຣົບ (EU) ມີຄວາມສາມາດອຸປະຖຳວັກຊິນກັນພະຍາດໂຄວິດ - 19 ຫຼາຍກວ່າ 150 ລ້ານໂດສ ໃຫ້ແກ່ບັນດາປະເທດທີ່ພວມຂາດແຄນວັກຊິນກັນພະຍາດດັ່ງກ່າວ ໂດຍບໍ່ສົ່ງຜົນກະທົບຕໍ່ເປົ້າໝາຍສັກວັກຊິນຂອງຕົນ. ທ່ານຜູ້ອໍານວຍການໃຫຍ່ UNICEF Henrietta Fore ຊີ້ແຈ້ງວ່າ ບັນດາປະເທດ G7 ແລະ EU ສາມາດປະຕິບັດວຽກງານນີ້ ໃນຂະນະທີ່ຍັງຄົງປະຕິບັດສຳເລັດຄຳໝັ້ນສັນຍາສັກວັກຊິນໃຫ້ແກ່ພົນລະເມືອງຂອງປະເທດຕົນໄດ້.

        UNICEF ຮຽກຮ້ອງໃຫ້ບັນດາປະເທດ G7 ແລະ EU ຄວນຍູ້ໄວການແບ່ງປັນວັກຊິນໂດຍດ່ວນ ຈົນຮອດເວລາບັນລຸໄດ້ຮູບແບບຜະລິດວັກຊິນແບບຍືນຍົງ.

ຕອບກັບ