UNFPA ໜູນ​ຊ່ວຍຊຸດປ້ອງ​ກັນ​ໄພ​ສຸກ​ເສີນ ໃຫ້​ແກ່​ແມ່​ຍິ່ງ​ທີ່​ມີ​ຄວາມ​ສ່ຽງ​ຖືກ​ໃຊ້​ຄວາມ​ຮຸນ​ແຮງ

Chia sẻ
(VOVWORLD) -ວັນທີ 2 ພະຈິກ, ຢູ່ຮ່າໂນ້ຍ, ກອງທຶນສຳລັບປະຊາກອນ ສປຊ (UNFPA) ປະຈຳຫວຽດນາມ ໄດ້ມອບຊຸດປ້ອງກັນໄພສຸກເສີນ 2.800 ຊຸດ ໃຫ້ແກ່ສະມາຄົມຊາວກະສິກອນ ຫວຽດນາມ ເພື່ອສົ່ງໄປໃຫ້ບັນດາແມ່ຍິງທີ່ເປັນສະມາຊິກສະມາຄົມຊາວກະສິກອນ ທີ່ມີຄວາມສ່ຽງຖືກໃຊ້ຄວາມຮຸນແຮງຢູ່ ດ່ານັ້ງ.
UNFPA ໜູນ​ຊ່ວຍຊຸດປ້ອງ​ກັນ​ໄພ​ສຸກ​ເສີນ ໃຫ້​ແກ່​ແມ່​ຍິ່ງ​ທີ່​ມີ​ຄວາມ​ສ່ຽງ​ຖືກ​ໃຊ້​ຄວາມ​ຮຸນ​ແຮງ - ảnh 1

ທ່ານນາງ Naimi Kitahara ຜູ້ຕາງໜ້າ UNFPA ປະຈຳຫວຽດນາມ ມອບຊ່ວຍຊຸດປ້ອງກັນໄພສຸກເສີນໃຫ້ແກ່ການນຳສູນກາງສະມາຄົມຊາວກະສິກອນ ຫວຽດນາມ (ພາບ:phunuvietnam.vn)

ການເຄື່ອນໄຫວນີ້ນອນໃນຂອບເຂດໂຄງການ “ໜູນຊ່ວຍບັນດາການແຊກແຊງເພື່ອແນໃສ່ລົບລ້າງການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ ຢູ່ ຫວຽດນາມ ໃນສະພາບວະສຸກເສີນຂອງ ໂລກລະບາດ Covid - 19” ໂດຍລັດຖະບານ ອົດສະຕາລີອຸປະຖຳຜ່ານກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕາລີ (DFAT).

ທ່ານນາງ Naomi Kitahara, ຫົວໜ້າຜູ້ຕາງໜ້າຂອງ UNFPA ປະຈຳຫວຽດນາມໃຫ້ຮູ້ວ່າ: UNFPA ຮຽກຮ້ອງໃຫ້ລັດຖະບານ ແລະ ບັນດາຄູ່ຮ່ວມມືຖືບັນຫາສຸຂະພາບທາງເພດສຳພັນ, ສຸຂະພາບຈະເລີ່ມພັນຂອງແມ່ຍິງ ແລະ ເດັກຍິງເປັນບຸລິມະສິດ, ແກ້ໄຂບັນດາຄວາມສ່ຽງສູງກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ຕອບສະໜອງຄວາມຕ້ອງການ ທີ່ມີລັກສະນະພິເສດຂອງແມ່ຍິງ ແລະ ເດັກຍິງຢ່າງທັນການ.

ຕອບກັບ