UNDP ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ປະ​ຕິ​ບັດ​ເປົ້າ​ໝາຍ ພັດ​ທະ​ນາ​ແບບ​ຍືນ​ຍົງ

Chia sẻ
(VOVWORLD) -ທ່ານ Jones ຖືວ່າ ເຖິງວ່າ ຍັງມີສິ່ງທ້າທາຍຫຼາຍຢ່າງ ກໍ່ຕາມ, ແຕ່ ເລື່ອງ ລັດຖະບານ ຫວຽດນາມ ໄດ້ປະມວນເປົ້າໝາຍ SDG ເຂົ້າໃນແຜນການພັດທະນາເສດຖະກິດ ສັງຄົມ ໃນໄລຍະ 5 ແລະ 10 ປີຈະມາເຖິງ ແມ່ນສັນຍານທີ່ຕັ້ງໜ້າ
UNDP ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ປະ​ຕິ​ບັດ​ເປົ້າ​ໝາຍ ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ທ່ານ Terence D.Jones ຜູ້ຮັກສາການຫົວໜ້າຜູ້ຕາງໜ້າ ອົງການ ສປຊ ເພື່ອການພັດທະນາ(UNDP) ປະຈຳຫວຽດນາມ (ພາບ: TTXVN)

ຫວຽດນາມ ນອນໃນກຸ່ມນຳໜ້າ 3 ກຸ່ມປະເທດໃນໂລກທີ່ມີຄວາມກ້າວໜ້າໄວທີ່ສຸດໃນການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ (SDG). ທີ່ກອງປະຊຸມສຳມະນາ ໄດ້ປະກາດບົດລາຍງານແຫ່ງຊາດ ປີ 2020 “ຄວາມຄືບໜ້າ 5 ປີທີ່ປະຕິບັດ SDG”, ໂດຍກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຈັດຂຶ້ນໃນວັນທີ 21 ຕຸລາ ຢູ່ຮ່າໂນ້ຍ, ທ່ານ Terence D.Jones ຜູ້ຮັກສາການຫົວໜ້າຜູ້ຕາງໜ້າ ອົງການ ສປຊ ເພື່ອການພັດທະນາ(UNDP) ປະຈຳຫວຽດນາມ ໄດ້ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນ ບັນດາປະເທດ ທີ່ມີຄວາມຄືບໜ້າທີ່ດີ ທີ່ສຸດໃນການປະຕິບັດເປົ້າໝາຍ ທົ່ວໂລກ ຢູ່ ອາຊີ. ຕາມທ່ານ Jones ແລ້ວ, ບົດລາຍງານແຫ່ງຊາດ ປີ 2020 ກ່ຽວກັບ SDG ສະແດງໃຫ້ເຫັນວ່າ, ຫວຽດນາມ ບັນລຸໄດ້ຫຼາຍໝາກຜົນໃນການປະຕິບັດ ເປົ້າໝາຍ ໃນໄລຍະຜ່ານມາ ແລະ ຮອດປີ 2030, ອາດຈະບັນລຸໄດ້ 5 ໃນຈຳນວນ 17 ເປົ້າໝາຍ, ລວມມີ: ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ການສຶກສາທີ່ມີຄຸນນະພາບ, ມີການກະທຳເພື່ອປົກປັກຮັກສາ ດິນຟ້າອາກາດ ແລະ ການພົວພັນຄູ່ຮ່ວມມືທົ່ວໂລກ.

ທ່ານ Jones ຖືວ່າ ເຖິງວ່າ ຍັງມີສິ່ງທ້າທາຍຫຼາຍຢ່າງ ກໍ່ຕາມ, ແຕ່ ເລື່ອງ ລັດຖະບານ ຫວຽດນາມ ໄດ້ປະມວນເປົ້າໝາຍ SDG ເຂົ້າໃນແຜນການພັດທະນາເສດຖະກິດ ສັງຄົມ ໃນໄລຍະ 5 ແລະ 10 ປີຈະມາເຖິງ ແມ່ນສັນຍານທີ່ຕັ້ງໜ້າ, ພ້ອມກັນນັ້ນທ່ານກໍ່ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະປັບປຸງຄວາມຄືບໜ້າໃນການປະຕິບັດ SDG ໃຫ້ດີກ່ວາອີກ ໃນອະນາຄົດ.

ຕອບກັບ