THACO ຜະລິດ ແລະ ມອບລົດຂົນສົ່ງວັກຊິນ ແລະ ສັກວັກຊິນເຄື່ອນທີສະເພາະ

Chia sẻ
(VOVWORLD) -ກຸ່ມບໍລິສັດ THACO ໄດ້ອຸປະຖຳລົດໃຫຍ່ຂົນສົ່ງວັກຊິນສະເພາະ ຈຳນວນ 63 ຄັນ ແລະ ລົນ ຮັບໃຊ້ການສັກວັກຊິນເຄ່ືອນທີ ສະເພາະລວມ 63 ຄັນ ໃຫ້ແກ່ກະຊວງສາທາລະນະສຸກ ດ້ວຍຍອດມູນຄ່າກວ່າ 150 ຕື້ດົ່ງ.
THACO ຜະລິດ ແລະ ມອບລົດຂົນສົ່ງວັກຊິນ ແລະ ສັກວັກຊິນເຄື່ອນທີສະເພາະ - ảnh 1(THACO ຜະລິດ ແລະ ມອບລົດຂົນສົ່ງວັກຊິນ ແລະ ສັກວັກຊິນເຄື່ອນທີສະເພາະ)

 ວັນທີ 10 ກໍລະກົດ, ທີ່ພິທີປຸກລະດົມຜັນຂະຫຍາຍບັ້ນສັກວັກຊິນກັນໂຄວິດ-19 ທົ່ວປະເທດ ເຊິ່ງໄດ້ຈັດຂຶ້ນຢູ່ຮ່າໂນ້ຍ, ກຸ່ມບໍລິສັດ THACO ໄດ້ອຸປະຖຳລົດໃຫຍ່ຂົນສົ່ງວັກຊິນສະເພາະ ຈຳນວນ 63 ຄັນ ແລະ ລົນຮັບໃຊ້ການສັກວັກຊິນເຄ່ືອນທີສະເພາະລວມ 63 ຄັນ ໃຫ້ແກ່ກະຊວງສາທາລະນະສຸກ ດ້ວຍຍອດມູນຄ່າກວ່າ 150 ຕື້ດົ່ງ. ຈຳນວນລົດ 126 ຄັນດັ່ງກ່າວ ໄດ້ຜະລິດໃນລະບົບເຕັກໂນໂລຊີທັນສະໄໝ, ຮັບປະກັນການຂົນສົ່ງ ແລະ ຮັກສາວັກຊິນເປັນຢ່າງດີທີ່ສຸດ ຕາມຄຳຮຽກຮ້ອງຂອງກະຊວງສາທາລະນະສຸກ. ລົດຮັບໃຊ້ການສັກວັກຊິນເຄື່ອນທີສະເພາະ ໄດ້ອອກແບບ ແລະ ຜະລິດເພື່ອຕອບສະຫນອງການສັກວັກຊິນຢ່າງປອດໄພ, ມີປະສິດທິຜົນຢູ່ບັນດາເຂດມີເງື່ອນໄຂການໄປມາຍັງປະສົບກັບຄວາມຫຍຸ້ງຍາກຢູ່ ຫວຽດນາມ, ພ້ອມທັງນຳໃຊ້ເຂົ້າໃນການເກັບເອົາຕົວຢ່າງວິໄຈໂລກລະບາດໂຄວິດ-19 ອີກດ້ວຍ.

ຕອບກັບ