SOMອາຊຽນສະເໜີເຈລະຈາCOCຢູ່ກອງປະຊຸມລັດຖະມົນຕີອາຊຽນຄັ້ງທີ4

Chia sẻ
ວັນ​ທີ 8/6, ທ່ານ​ເລຂາທິການ​ກະຊວງ​ການ​ຕ່າງປະ​ເທດ​ມາ​ເລ​ເຊຍ Othman Hashimn ​ໃຫ້​ຮູ້​ວ່າ, ​ໜຶ່ງ​ໃນ​ບັນດາ​ບັນ​ຫາ​ເຊິ່ງກອງ​ປະຊຸມ SOM ອາ​ຊຽນ
SOMອາຊຽນສະເໜີເຈລະຈາCOCຢູ່ກອງປະຊຸມລັດຖະມົນຕີອາຊຽນຄັ້ງທີ4 - ảnh 1
ບັນ​ດາ​ເຈົ້າ​ໜ້​າ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມAMM
(ພາບ: TTXVN)

(vovworld) - ວັນ​ທີ 8/6, ທ່ານ​ເລຂາທິການ​ກະຊວງ​ການ​ຕ່າງປະ​ເທດ​ມາ​ເລ​ເຊຍ Othman Hashimn ​ໃຫ້​ຮູ້​ວ່າ, ​ໜຶ່ງ​ໃນ​ບັນດາ​ບັນ​ຫາ​ເຊິ່ງກອງ​ປະຊຸມ SOM ອາ​ຊຽນ ສະ​ເໜີ​ປຶກສາ​ຫາລື​ທີ່​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ ຄັ້ງ​ທີ 48 (AMM 48), ​ເຊິ່ງຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ເດືອນ 8 ຈະ​ມາ​ເຖິງຢູ່​ກົວ​ລາ​ລຳ​ເປີ, ນັ້ນ​ແມ່ນ​ການ​ເຈລະຈາ​ກ່ຽວ​ກັບ​ປະມວນຫຼັກການ​ປະພຶດ​ຕໍ່​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC). ທ່ານ​ໃຫ້​ຮູ້​ວ່າ, ບັນດາ​ຂໍ້​ສະ​ເໜີ​ຖືກ​ຍົກ​ອອກ​ມາ​ເພື່ອ​ປຶກສາ​ຫາລື​ຢູ່ AMM 48 ລວມມີ​ຄວາມ​ມານະ​ພະຍາຍາມ​ກໍ່ສ້າງ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​​ ໃຫ້​ເປັນ​ພາກ​ພື້ນ​ປອດ​ອາວຸດ​ນິວຄະ​ເລຍ, ​ແລະ ​ເລື່ອງ​ບາງ​ປະ​ເທດ​ໃນ​ນັ້ນ​ມີ​ນອກ​ແວ, ສປປ ​ເກົາຫຼີ​ ສະ​ເໜີ​ກາຍ​ເປັນ​ຄູ່​ຮ່ວມ​ມື​ເຈລະຈາ​ຂອງ​ອາ​ຊຽນ. ຕາມ​ລາຍການ, ວັນ​ທີ 9/6, ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ອາ​ຊຽນ ​ແລະ ບັນດາ​ຄູ​່ຮ່ວມ​ມື​ເຈລະຈາ​ຂອງ​ອາ​ຊຽນ, ​ເຊິ່ງລວມມີ​ຈີນ, ບີ່​ປຸ່ນ ​ແລະ  ສ​ເກົາຫຼີ (ອາ​ຊຽນ+3) ຈະ​ປະຊຸມ​ຢູ່ ກູ​ຈິງ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ AMM ​ແລະ ບັນດາ​ກອງ​ປະຊຸມ​ຂັ້ນ​ສູງ​ອື່ນ​ໆໃນ​ໄລຍະ​ຈະ​ມາ​ເຖິງ.