NATO ເນ​ລະ​ເທດ​ ສະ​ມາ​ຊິກ​ຂອງ​ຄະ​ນະ​ປະ​ຕິ​ບັດ​ງານ ລັດ​ເຊຍ ປະ​ຈຳ NATO ເຄິ່ງ​ໜຶ່ງ​

Chia sẻ
(VOVWORLD) -ຜູ້ຕາງໜ້າຂອງ NATO ໄດ້ກຳນົດວ່າ ພະນັກງານສອດແນມ 8 ຄົນທີ່ຢູ່ໃນນາມເປັນນັກການທູດ ຈະຖືກເນລະເທດ ພ້ອມທັງ 2 ຕຳແໜ່ງອື່ນອີກໃນຄະນະປະຕິບັດງານຂອງ ລັດເຊຍ ປະຈຳຢູ່ NATO.
NATO ເນ​ລະ​ເທດ​ ສະ​ມາ​ຊິກ​ຂອງ​ຄະ​ນະ​ປະ​ຕິ​ບັດ​ງານ ລັດ​ເຊຍ ປະ​ຈຳ NATO ເຄິ່ງ​ໜຶ່ງ​ - ảnh 1ພາບປະກອບ: SKY NEWS

ວັນທີ 6 ຕຸລາ, ອົງການສົນທິສັນຍາອັດລັງຕິກເໜືອ (NATO) ໄດ້ຮຽກຮ້ອງໃຫ້ຄະນະປະຕິບັດງານ ລັດເຊຍ ຫຼຸດຜ່ອນ ຈຳນວນ ຜູ້ຕາງໜ້າຢູ່ອົງການນີ້ລົງເຄິ່ງໜຶ່ງ ດ້ວຍຂໍ້ກ່າວຫາວ່າມີການກະທຳສອດແນມ, ເຊິ່ງແມ່ນການກະທຳທີ່ອາດຈະເຮັດໃຫ້ ຄວາມເຄັ່ງຕຶງ ໃນການພົວພັນກັບລັດເຊຍປິນຂັ້ນໄດ.

ຜູ້ຕາງໜ້າຂອງ NATO ໄດ້ກຳນົດວ່າ ພະນັກງານສອດແນມ 8 ຄົນທີ່ຢູ່ໃນນາມເປັນນັກການທູດ ຈະຖືກເນລະເທດ ພ້ອມທັງ 2 ຕຳແໜ່ງອື່ນອີກໃນຄະນະປະຕິບັດງານຂອງ ລັດເຊຍ ປະຈຳຢູ່ NATO. ຝ່າຍ NATO ກໍ່ອະທິບາຍວ່າ ໄດ້ມານະພະຍາຍາມສະກັດກັ້ນການກະທຳທີ່ມີລັກສະນະເກາະຜິດຈາກຝ່າຍ ລັດເຊຍ ແລະ ການຕັດສິນດັ່ງກ່າວ ພຽງແຕ່ມີລັກສະນະປ້ອງກັນຕົວ.

ຜູ້ຕາງໜ້າຂອງ NATO ໃຫ້ຮູ້ວ່າ ສະມາຊິກທີ່ຖືກເນລະເນຂອງ ລັດເຊຍ ຈະຕ້ອງເດີນທາງອອກຈາກ ບຣູກແຊນກ່ອນເດືອນພະຈິກ 2021 ໂດຍແມ່ນບ່ອນທີ່ມີສຳນັກງານໃຫຍ່ຂອງ NATO ຕັ້ງຢູ່, ພ້ອມທັງຢັ້ງຢືນວ່າ ຍາມໃດກໍ່ຮັກສານະໂຍບາຍສະເໝີຕົ້ນສະເໝີປາຍ ກັບລັດເຊຍ ແລະ ກຽມພ້ອມໃຫ້ແກ່ທຸກການເຈລະຈາທີ່ຕັ້ງໜ້າ.

ຕອບກັບ