IMF ຍົກລະດັບການຄາດຄະເນການເຕີບໂຕດ້ານເສດຖະກິດທົ່ວໂລກປີ 2023

Chia sẻ
(VOVWORLD) - ແຕ່ເຖິງຢ່າງໃດກໍ່ຕາມ, IMF ຍັງຄົງຮັກສາການຄາດຄະເນການເຕີບໂຕເສດຖະກິດໂລກໃນປີ 2024 ຢູ່ໃນລະດັບ 3% ຍ້ອນບັນດາພື້ນຖານເສດຖະກິດພັດທະນາຢ່າງຊັກຊ້າ
IMF ຍົກລະດັບການຄາດຄະເນການເຕີບໂຕດ້ານເສດຖະກິດທົ່ວໂລກປີ 2023 - ảnh 1IMF ຢູ່ ວໍຊິງຕັນ
(ພາບ:AFP/TTXVN)

ໃນບົດລາຍງານຫຼ້າສຸດກ່ຽວກັບແງ່ຫວັງເສດຖະກິດໂລກ ທີ່ປະກາດໃນວັນທີ 25 ກໍລະກົດ, ກອງທຶນເງິນຕາສາກົນ (IMF) ໄດ້ດັດປັບເພີ່ມການຄາດຄະເນການເຕີບໂຕດ້ານເສດຖະກິດທົ່ວໂລກໃນປີນີ້ເລັກໜ້ອຍ ຍ້ອນການເຄື່ອນໄຫວເສດຖະກິດມີຄວາມຄືບໜ້າໃນໄຕມາດ I ຜ່ານມາ.

        ລະອຽດຄື, IMF ໄດ້ຄາດຄະເນວ່າ ການເຕີບໂຕດ້ານເສດຖະກິດທົ່ວໂລກໃນປີນີ້ຈະບັນລຸ 3%, ເພີ່ມຂຶ້ນ 0,2 ຄະແນນເມື່ອທຽບໃສ່ລະດັບໄດ້ຄາດຄະເນໃນເດືອນ ເມສາ. ແຕ່ເຖິງຢ່າງໃດກໍ່ຕາມ, IMF ຍັງຄົງຮັກສາການຄາດຄະເນການເຕີບໂຕເສດຖະກິດໂລກໃນປີ 2024 ຢູ່ໃນລະດັບ 3% ຍ້ອນບັນດາພື້ນຖານເສດຖະກິດພັດທະນາຢ່າງຊັກຊ້າ. ຕາມນັ້ນແລ້ວ, ບັນດາລະດັບການເຕີບໂຕນີ້ຕ່ຳກ່ວາເມື່ອທຽບໃສ່ລະດັບ 6,3% ທີ່ບັນລຸໄດ້ໃນປີ 2021 ແລະ 3,5% ໃນປີ 2022.

        IMF ກໍ່ຖືວ່າ ແງ່ຫວັງເສດຖະກິດທົ່ວໂລກໄດ້ດັດປັບຍ້ອນວ່າ ອາເມລິກາ ໄດ້ແກ້ໄຂບັນຫາໜີ້ສາທາລະນະໄດ້ສ່ວນໃດສ່ວນໜຶ່ງ ແລະ ຫລຸດຜ່ອນຄວາມວິຕົກວັງວົນກ່ຽວກັບວິກິດການໃນຂົງເຂດທະນາຄານ. ແຕ່ເຖິງຢ່າງໃດກໍ່ຕາມ, ອົງການນີ້ກໍ່ກ່າວເຕືອນວ່າ ພື້ນຖານເສດຖະກິດທົ່ວໂລກຍັງຕ້ອງປະເຊີນໜ້າກັບສິ່ງທ້າທາຍທີ່ແກ່ຍາວ ໂດຍບໍ່ຫົວຊາຕໍ່ “ຄວາມສາມາດຟື້ນຟູໃນໄລຍະສັ້ນ”, ເນັ້ນໃຫ້ບັນດາປະເທດຄວນຮັກສານະໂຍບາຍຮັດແໜ້ນດ້ານເງິນຕາ.

ຕອບກັບ