ILO ໃຫ້ຄຳໝັ້ນສັນຍາ ສືບຕໍ່ໜູນຊ່ວຍ ຫວຽດນາມ ບັນດາບັນຫາກ່ຽວຂ້ອງເຖິງແຮງງານ, ວຽກເຮັດງານທຳ

Chia sẻ
(VOVWORLD) - ຫວຽດນາມ ສະໜັບສະໜູນບັນດາຂໍ້ລິເລີ່ມຂອງ ILO ແລະ ສະຫະປະຊາຊາດ; ສະເໜີໃຫ້ ILO ສືບຕໍ່ໜູນຊ່ວຍ ຫວຽດນາມ ຄົ້ນຄວ້າຄວາມສາມາດເຂົ້າຮ່ວມບັນດາຂໍ້ລິເລີ່ມຕາມທິດທາງທີ່ເໝາສົມ ເພື່ອບັນລຸໄດ້ເປົ້າໝາຍຍຸຕິທຳ
ILO ໃຫ້ຄຳໝັ້ນສັນຍາ ສືບຕໍ່ໜູນຊ່ວຍ ຫວຽດນາມ ບັນດາບັນຫາກ່ຽວຂ້ອງເຖິງແຮງງານ, ວຽກເຮັດງານທຳ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ຕ້ອນຮັບທ່ານຜູ້ອຳນວຍການໃຫຍ່ອົງການແຮງງານສາກົນ (ILO) Gilbert F. Houngbo
(ພາບ: TTXVN)

        ຕອນບ່າຍວັນທີ 30 ມິຖຸນາ, ຢູ່ສຳນັກງານລັດຖະບານ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານຜູ້ອຳນວຍການໃຫຍ່ອົງການແຮງງານສາກົນ (ILO) Gilbert F. Houngbo ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ຢືນຢັນວ່າ, ຫວຽດນາມ ສະໜັບສະໜູນບັນດາຂໍ້ລິເລີ່ມຂອງ ILO ແລະ ສະຫະປະຊາຊາດ; ສະເໜີໃຫ້ ILO ສືບຕໍ່ໜູນຊ່ວຍ ຫວຽດນາມ ຄົ້ນຄວ້າຄວາມສາມາດເຂົ້າຮ່ວມບັນດາຂໍ້ລິເລີ່ມຕາມທິດທາງທີ່ເໝາສົມ ເພື່ອບັນລຸໄດ້ເປົ້າໝາຍຍຸຕິທຳ, ຄວາມກ້າວໜ້າຂອງສັງຄົມ ແລະ ຮັບປະກັນສິດ, ຜົນປະໂຫຍດເປັນທຳຂອງຜູ້ອອກແຮງງານແບບຍືນຍົງ.

        ສ່ວນທ່ານ Gilbert F. Houngbo ເນັ້ນໜັກວ່າ, ILO ແລະ ສະຫະປະຊາຊາດ ຖື ຫວຽດນາມ ເປັນແບບຢ່າງຂອງຄວາມມານະພະຍາຍາມ ແລະ ການພັດທະນາ ເພື່ອໃຫ້ບັນດາປະເທດທາບທາມ, ຮ່ຳຮຽນຕາມ. ILO ໃຫ້ຄຳໝັ້ນສັນຍາຈະສືບຕໍ່ໜູນຊ່ວຍ ຫວຽດນາມ ໃນທຸກບັນຫາທີກ່ຽວຂ້ອງເຖິງການອອກແຮງງານ, ວຽກເຮັດງານທຳ.

ຕອບກັບ