ILO ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ລັດ​ຖະ​ບານ, ​ຜູ້ນຳ​ໃຊ້​ແຮງ​ງານ ແລະ ຜູ້​ອອກ​ແຮງ​ງານ

Chia sẻ
(VOVWORLD) - ເມື່ອໃຫ້ຂໍ້ສັງເກດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຢູ່ຫວຽດນາມ, ທ່ານ Chang-Hee Lee ຜູ້ອຳນວຍການອົງການແຮງງານສາກົນ (ILO) ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ໄດ້ປະຕິບັດວຽກງານປ້ອງກັນ, ຄວບຄຸມໂລກລະບາດ Covid – 19  ໄດ້ເປັນຢ່າງດີທີ່ສຸດ.
ILO ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ລັດ​ຖະ​ບານ, ​ຜູ້ນຳ​ໃຊ້​ແຮງ​ງານ ແລະ ຜູ້​ອອກ​ແຮງ​ງານ - ảnh 1ທ່ານ Chang-Hee Lee ຜູ້ອຳນວຍການອົງການແຮງງານສາກົນ (ILO) ປະຈຳ ຫວຽດນາມ (ພາບ: TTXVN) 

ດ້ວຍຄວາມຕັດສິນໃຈ ໄດ້ສະແດງອອກໃຫ້ເຫັນຢ່າງຈະແຈ້ງຜ່ານບັນດາສານຂອງ ນາຍົກລັດຖະມົນຕີທີ່ວ່າ ລັດຖະບານຍອມ ເສຍຜົນຜົນປະໂຫຍດທາງດ້ານເສດຖະກິດເພື່ອປົກປ້ອງຊີວິດອິນຊີ ແລະ ສຸຂະພາບຂອງ ປະຊາຊົນ.ທ່ານ Chang-Hee Lee ໃຫ້ຂໍ້ສັງເກດວ່າ ໃນສະພາບການຄືໃນປັດຈຸບັນ, ເລື່ອງຈຳເປັນແມ່ນຕ້ອງຫຼຸດຜ່ອນບັນດາຜົນກະທົບທາງລົບຂອງໂລກລະບາດ Covid – 19 ຕໍ່ວິສາຫະກິດ, ວຽກເຮັດງານທຳ ແລະ ລາຍຮັບຂອງຜູ້ອອກແຮງງານ,   ລວມມີທັງເຂດເສດຖະກິດບໍ່ເປັນທາງການ. ທ່ານ Chang-Hee Lee ຢັ້ງຢືນວ່າ ILO  ຫວຽດນາມ  ພ້ອມແລ້ວທີ່ຈະໜູນຊ່ວຍລັດຖະບານ, ຜູ້ນຳໃຊ້ແຮງງານ ແລະ ຜູ້ແຮງງານ ຕໍ່ສູ້ ເພື່ອວຽກເຮັດງານທຳທີ່ສົມເຫດສົມຜົນ ຢູ່ໃນໄລຍະທີ່ເກີດວິກິດທົ່ວໂລກ ຢ່າງຮ້າຍແຮງ  ກ່ຽວກັບ ສຸຂະພາບ ແລະ ຕະຫຼາດແຮງງານ ກໍ່ຄືເສດຖະກິດ ໃນປັດຈຸບັນ.

ຕອບກັບ