ILO ຈະ​ສືບ​ຕໍ່​​ໜູນ ຊ່ວຍ ຫວຽດ​ນາມ​ ກ່ຽວ​ກັບ​ນະ​ໂຍ​ບາ​ຍ​ແຮງ​ງານ

Chia sẻ
(VOVWORLD) -ວັນທີ 27 ສິງຫາ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Deborah Greenfield ຮອງຜູ້ອຳນວຍການໃຫຍ່ອົງການແຮງງານສາກົນ (ILO) ພວມມີການຢ້ຽມຢາມ ຫວຽດນາມ.
 ILO ຈະ​ສືບ​ຕໍ່​​ໜູນ ຊ່ວຍ ຫວຽດ​ນາມ​ ກ່ຽວ​ກັບ​ນະ​ໂຍ​ບາ​ຍ​ແຮງ​ງານ - ảnh 1

ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ ໃຫ້ການຕ້ອນຮັບທ່ານນາງ Deborah Greenfield ຮອງຜູ້ອຳນວຍການອົງການແຮງງານສາກົນ (ILO) (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານນາງ ເຈືອງທິມາຍ ໄດ້ຕີລາຄາສູງຕໍ່ບັນດາຜົນງານທີ່ ILO ບັນລຸໄດ້ໃນໄລຍະທາງ 100 ປີ ດ້ວຍເປົ້າໝາຍແມ່ນກໍ່ສ້າງພື້ນຖານສັນຕິພາບບົນພື້ນຖານມີຄວາມສະເໝີພາບທາງສັງຄົມ. ພ້ອມທັງຢັ້ງຢືນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາຮ່ວມເດີນທາງກັບ ILO ເພື່ອເປົ້າໝາຍອັນສູງສົ່ງດັ່ງກ່າວ ແລະ ນັ້ນກໍ່ແມ່ນແນວຄິດຂອງປະທານ ໂຮ່ຈີມິນ, ທ່ານນາງເຈືອງທິມາຍເນັ້ນໜັກວ່າ ຫວຽດນາມຍາມໃດກໍ່ຖືເປົ້າໝາຍພັດທະນາໂດຍຖືເອົາມະນຸດເປັນໃຈກາງ, ຊຸກຍູ້ແລະ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານ ແລະ ຜູ້ນຳໃຊ້ແຮງງານ, ກໍ່ສ້າງລະບົບຊ່ວຍໜູນສັງຄົມ, ປົກປ້ອງກຸ່ມຄົນທີ່ມີຄວາມສ່ຽງສູງ ເພື່ອບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ.

        ໂດຍຕີລາຄາສູງຕໍ່ເລື່ອງສະພາແຫ່ງຊາດ ຫວຽດນາມ ຫາກໍ່ໃຫ້ສັດຕະຍາບັນສົນທິສັນຍາເລກທີ 38 ຂອງ ILO ກ່ຽວກັບສິດການຈັດຕັ້ງ ແລະ ເຈລະຈາລວມໝູ່ຢູ່ກອງປະຊຸມສະພາແຫ່ງຊາດທີ່ຜ່ານມາ, ທ່ານນາງ Deborah Greenfield ໃຫ້ຄຳໝັ້ນສັນຍາວ່າ ILO ຈະສືບຕໍ່ໜູນຊ່ວຍ ຫວຽດນາມໃນວິວັດການປ່ຽນແປງໃໝ່ນະໂຍບາຍແຮງງານ ແລະ ປະກັນຊີວິດສັງຄົມ, ແກ້ໄຂບັນດາສິ່ງທ້າທາຍທີ່ວາງອອກໃນວິວັດການຫັນປ່ຽນໄປສູ່ເສດຖະກິດການຕະຫຼາດ ແລະ ເຊື່ອມໂຍງເຂົ້າກັບສາກົນເປັນຢ່າງດີ.

ຕອບກັບ