IEA ຍົກ​ລະ​ດັບ​ການ​ຄາດ​ຄະ​ເນ​ຄວາມ​ຕ້ອງ​ການ​ນ້ຳ​ມັນ​​ຂຶ້ນ​ໃນ​ປີ 2023 ແລະ 2024

Chia sẻ
(VOVWORLD) - IEA ຍົກລະດັບການຄາດຄະເນຄວາມຕ້ອງການນ້ຳມັນຈາກ 2,3 ລ້ານຖັງຕໍ່ວັນ ຂຶ້ນເປັນ 2,4 ລ້ານຖັງຕໍ່ວັນ ແລະ ໃກ້ຈະບັນລຸລະດັບຄາດຄະເນ 2,46 ລ້ານຖັງ ຕໍ່ວັນຂອງອົງການບັນດາປະເທດສົ່ງອອກນ້ຳມັນ (OPEC). 
IEA ຍົກ​ລະ​ດັບ​ການ​ຄາດ​ຄະ​ເນ​ຄວາມ​ຕ້ອງ​ການ​ນ້ຳ​ມັນ​​ຂຶ້ນ​ໃນ​ປີ 2023 ແລະ 2024 - ảnh 1ຮ້ານເຈາະນ້ຳມັນ ຢູ່ al-Qahtaniyah, ແຂວງ Hasakah, ຊີຣີ (ພາບ:  AFP/TTXVN)

ວັນທີ 14 ພະຈິກ, ອົງການພະລັງງານສາກົນ (IEA) ໄດ້ຍົກລະດັບການຄາດຄະເນຄວາມຕ້ອງການນ້ຳມັນທົ່ວໂລກຂຶ້ນໃນປີນີ  ແລະ ປີໜ້າ, ເຖິງວ່າການເຕີບໂຕເສດຖະກິດທີ່ໄດ້ຄາດຄະເນໃນບັນດາພື້ນຖານເສດຖະກິດໃຫຍ່ນັ້ນ ແມ່ນລ້ວນແຕ່ຊັກຊ້າລົງ.

        ລະອຽດ, ສຳລັບປີ 2023 ນີ້, IEA ຍົກລະດັບການຄາດຄະເນຄວາມຕ້ອງການນ້ຳມັນຈາກ 2,3 ລ້ານຖັງຕໍ່ວັນ ຂຶ້ນເປັນ 2,4 ລ້ານຖັງຕໍ່ວັນ ແລະ ໃກ້ຈະບັນລຸລະດັບຄາດຄະເນ 2,46 ລ້ານຖັງ ຕໍ່ວັນຂອງອົງການບັນດາປະເທດສົ່ງອອກນ້ຳມັນ (OPEC). ໃນປີ 2024, IEA ຍົກລະດັບການຄາດຄະເນຄວາມຕ້ອງການນ້ຳມັນຂຶ້ນເຖິງ 930.000 ຖັງ ຕໍ່ວັນ, ເຊິ່ງຕ່ຳກວ່າຫຼາຍເມື່ອທ່ຽບໃສ່ລະດັບຄາດຄະເນ 2,25 ລ້ານຖັງ ຕໍ່ວັນ ຂອງ OPEC.

ຕອບກັບ