IEA: ຄວາມ​ຕ້ອງ​ການ​ທົ່ວ​ໂລກ​ກ່ຽວ​ກັບ​ເຊື​້ອ​​ໄຟຟອກ​ຊິວ ຈະ​ບັນ​ລຸລະ​ດັບ​​ສູງ​ສຸດ​ໃນ​ປີ 2030

Chia sẻ
(VOVWORLD) - ໃນບົດລາຍງານ “ແງ່ຫວັງພະລັງງານໂລກ 2023” ປະກາດໃນວັນທີ 24 ຕຸລາ, ອົງການພະລັງງານສາກົນ (IEA) ຄາດຄະເນວ່າ ຄວາມຕ້ອງການທົ່ວໂລກກ່ຽວກັບຖ່ານຫີນ, ນ້ຳມັນ ແລະ ເຊື້ອໄຟທຳມະຊາດ ຈະເປັນຄັ້ງທຳອິດໃນປະຫວັດສາດທີ່ບັນລຸໄດ້ລະດັບສູງສຸດໃນທົດສະວັດນີ້.
IEA: ຄວາມ​ຕ້ອງ​ການ​ທົ່ວ​ໂລກ​ກ່ຽວ​ກັບ​ເຊື​້ອ​​ໄຟຟອກ​ຊິວ ຈະ​ບັນ​ລຸລະ​ດັບ​​ສູງ​ສຸດ​ໃນ​ປີ 2030 - ảnh 1ຄ້າຍພະລັງແຮງລົມຢູ່ ຝລັ່ງ (ພາບ: AFP/TTXVN)

ການຄາດຄະເນດັ່ງກ່າວ ໄດ້ຍົກອອກມາ ໂດຍອີງໃສ່ບັນດານະໂຍບາຍໃນປັດຈຸບັນຂອງບັນດາປະເທດໃນໂລກ ກ່ຽວກັບຄວາມຕ້ອງການພັດທະນາເຕັກໂນໂລຢີພະລັງງານສະອາດ, ກໍຄືການປ່ຽນແປງໂຄງປະກອບເສດຖະກິດໃນຂອບເຂດທົ່ວໂລກ. ຕາມ IEA ແລ້ວ, ອັດຕາສ່ວນເຊື້ອໄຟຟອກຊິວໃນຍອດພະລັງງານທັງໝົດທີ່ສະໜອງໃນທົ່ວໂລກ ຈະຫຼຸດລົງເປັນ 73% ໃນປີ 2030. ປະລິມານການປ່ອຍ CO2 ທີ່ກ່ຽວຂ້ອງເຖິງພະລັງງານທົ່ວໂລກ ຈະບັນລຸລະດັບສູງສຸດໃນປີ 2025.

      ບົດລາຍງານໄດ້ເຜີຍໃຫ້ຮູ້ວ່າ ຄວາມຕ້ອງການທົ່ວໂລກກ່ຽວກັບເຊື້ອໄຟຟອກຊິວ ຍັງຄົງຢູ່ໃນລະດັບສູງ. ດັ່ງນັ້ນ, ຕາມ IEA ແລ້ວ, ຍາກທີ່ຈະບັນລຸໄດ້ເປົ້າໝາຍຂອງ ສັນຍາ ປາຣີ ປີ 2015 ກ່ຽວກັບການຈຳກັດອຸນຫະພູມທົ່ວໂລກເພີ່ມຂຶ້ນສະເລ່ຍ ຢູ່ໃນລະດັບ 1,5 ອົງສາ C.


ຕອບກັບ