IEA ກ່າວ​ເຕືອນ​ຄວາມ​ສ່ຽງ​ປະ​ລິ​ມານ​​ອາຍ​ພິດ​ທົ່ວ​ໂລກ​ເພີ່ມ​ຂຶ້ນ​ສູງ​ລະ​ດັບ​ສະ​ຖິ​ຕິ​ໃນ​ປີ 2023

Chia sẻ
(VOVWORLD) -ອົງການພະລັງງານສາກົນ (IEA) ໄດ້ກ່າວເຕືອນວ່າ ປະລິມານອາຍພິດ ກາກບອນ ທົ່ວໂລກ ຈະເພີ່ມຂຶ້ນລະດັບສູງ ຊຶ່ງບໍ່ເຄີຍມີມາກ່ອນໃນປີ 2023. 
IEA ກ່າວ​ເຕືອນ​ຄວາມ​ສ່ຽງ​ປະ​ລິ​ມານ​​ອາຍ​ພິດ​ທົ່ວ​ໂລກ​ເພີ່ມ​ຂຶ້ນ​ສູງ​ລະ​ດັບ​ສະ​ຖິ​ຕິ​ໃນ​ປີ 2023 - ảnh 1ອາຍພິດຈາກ ໂຮງງນໄຟຟ້າ  Ratcliffe-on-Soar ຢູ່ Nottinghamshire, ປະເທດ ອັງກິດ (ພາບ: PA)

ວັນທີ 20 ກໍລະກົດ, ອົງການພະລັງງານສາກົນ (IEA) ໄດ້ກ່າວເຕືອນວ່າ ປະລິມານອາຍພິດ ກາກບອນ ທົ່ວໂລກ ຈະເພີ່ມຂຶ້ນລະດັບສູງ ຊຶ່ງບໍ່ເຄີຍມີມາກ່ອນໃນປີ 2023 ຍ້ອນວ່າ ປັດຈຸບັນ ທົ່ວໂລກສະຫງວນພຽງແຕ່ 2% ກອງທຶນໜູນຊ່ວຍການຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19 ເຂົ້າໃນບັນດາໂຄງການພະລັງງານສະອາດ.

        ບັນດາປະເທດໄດ້ຮັບການຈັດແບ່ງຈຳນວນເງິນກວ່າ 16.000 ຕື້ USD ເພື່ອຟື້ນຟູຫຼັງໂລກລະບາດ ຍ້ອນໂລກລະບາດໂຄວິດ - 19, ສ່ວນຫຼາຍແມ່ນພາຍໃຕ້ຮູບແບບໜູນຊ່ວຍການເງິນໂດຍດ່ວນໃຫ້ແກ່ຊາວຜູ້ອອກແຮງງານ ແລະ ວິສາຫະກິດ. ເຖິງຢ່າງໃດກໍຕາມ, ບົດລາຍງານຕິດຕາມການຟື້ນຟູແບບຍືນຍົງຂອງ ອົງການ IEA ໄດ້ຊີ້ໃຫ້ເຫັນວ່າ ມີພຽງແຕ່ 380 ຕື້ USD ເພື່ອຜັນຂະຫຍາຍບັນດາໂຄງການພະລັງງານສະອາດ ເທົ່ານັ້ນ. ອົງການດັ່ງກ່າວຖືວ່າ ຖ້າຫາກວ່າ ລັດຖະບານບັນດາປະເທດປະຕິບັດແຜນການໃຊ້ຈ່າຍດັ່ງກ່າວໃຫ້ປະກົດຜົນເປັນຈິງ, ປະລິມານອາຍພິດ ກາກບອນ ໃນທົ່ວໂລກ ຈະເພີ່ມຂຶ້ນສູງລະດັບສະຖິຕິໃນປີ 2023 ແລະ ສືບຕໍ່ເພີ່ມຂຶ້ນໃນຊຸມປີຕໍ່ໄປ.

ຕອບກັບ