IAEA ຮຽ​ກ​ຮ້ອງ​ຢຸດ​ຕິ​ການ​ບຸກ​ໂຈມ​ຕີ​ໂຮງ​ງານ​ໄຟ​ຟ້າ ນິວ​ເຄຼຍ Zaporizhzhia

Chia sẻ
(VOVWORLD) - ທ່ານ Rafael Grossi ຜູ້ອຳນວຍການໃຫຍ່ IAEA ໄດ້ເນັ້ນໜັກເຖິງບັນດາເຫດບຸກໂຈມຕີເລັ່ງໃສ່ໂຮງງານໄຟຟ້ານິວເຄຼຍໃຫຍ່ທີ່ສຸດຢູ່ ເອີລົບ ເຖິງວ່າບໍ່ເກີດບັນຫາທີ່ກ່ຽວຂ້ອງເຖິງຄວາມປອດໄພນິວເຄຼຍຢູ່ທີ່ນີ້
IAEA ຮຽ​ກ​ຮ້ອງ​ຢຸດ​ຕິ​ການ​ບຸກ​ໂຈມ​ຕີ​ໂຮງ​ງານ​ໄຟ​ຟ້າ ນິວ​ເຄຼຍ Zaporizhzhia - ảnh 1ເຮືອນຖືກທຳລາຍໃນການບຸກໂຈມຕີດ້ວຍລູກສອນໄຟ (ພາບ: AFP/TTXVN)

ວັນທີ 11 ເມສາ, ທ່ານ Rafael Grossi ຜູ້ອຳນວຍການໃຫຍ່ ອົງການພະລັງງານປະລາມານູສາກົນ (IAEA) ໄດ້ປະກາດຕ້ອງຢຸດຕິທຸກເຫດບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ເລັ່ງໃສ່ໂຮງງານໄຟຟ້າ ນິວເຄຼຍ Zaporizhzhia ທາງທິດໃຕ້ ຢູແກຼນ ຍ້ອນວ່າບັນດາການກະທຳນີ້ ອາດຈະສ້າງໄລຍະ “ໃໝ່ ແລະ ອັນຕະລາຍທີ່ສຸດ” ໃນການປະທະກັນ ປັດຈຸບັນ ຢູ່ຢູແກຼນ.

ທ່ານຜູ້ອຳນວຍການໃຫຍ່ IAEA ໄດ້ເນັ້ນໜັກເຖິງບັນດາເຫດບຸກໂຈມຕີເລັ່ງໃສ່ໂຮງງານໄຟຟ້ານິວເຄຼຍໃຫຍ່ທີ່ສຸດຢູ່ ເອີລົບ ເຖິງວ່າບໍ່ເກີດບັນຫາທີ່ກ່ຽວຂ້ອງເຖິງຄວາມປອດໄພນິວເຄຼຍຢູ່ທີ່ນີ້, ແຕ່ການຜັນແປນີ້ບັງຄັບໃຫ້ IAEA ຕ້ອງຍົກອອກບັນດາການຕີລາຄາກ່ຽວກັບລະດັບຄວາມສ່ຽງທີ່ຊ້ອນແຝງນີ້. ທ່ານ Rafael Grossi ກໍ່ຮຽກຮ້ອງໃຫ້ສະພາຜູ້ວ່າການ ລວມມີ 35 ປະເທດສະມາຊິກ ເຫັນດີເປັນເອກະພາບສະໜັບສະໜູນບົດບາດຂອງ ອົງການນີ້ ໃນການປະຕິບັດວຽກງານຕິດຕາມກວດກາບັນດາຫຼັກການເພື່ອແນໃສ່ສະກັດກັ້ນອຸບັດຕິເຫດຢູ່ ໂຮງງານໄຟຟ້ານິວເຄຼຍ Zaporizhzhia, ລວມທັງບັນດາໜ້າທີ່ບໍ່ປະໃຫ້ໂຮງງານຖືກບຸກໂຈມຕີ.

ຕອບກັບ