HSBC: ຫວຽດນາມ ສືບຕໍ່ດຶງດູດ FDI ມີຄຸນນະພາບ

Chia sẻ
(VOVWORLD) -ອາຊຽນ ໄດ້ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃນທົ່ວໂລກໃນລະດັບສູງສະຖິຕິເກືອບ 17% ໃນປີ2022, ເກືອບທົບ 2 ເທົ່າເມື່ອທຽບໃສ່ 4 ປີກ່ອນນີ້.
HSBC: ຫວຽດນາມ ສືບຕໍ່ດຶງດູດ FDI ມີຄຸນນະພາບ - ảnh 1(ພາບປະກອບ: Vietnam)

          ໂດຍບໍ່ຫົວຊາຕໍ່ການທ້າທາຍດ້ານການຄ້າພວມເກີດຂຶ້ນຢ່າງຮ້າຍແຮງ, ຫວຽດນາມ ສືບຕໍ່ນຳໜ້າໃນການດຶງດູດ FDI ທີ່ມີຄຸນນະພາບ. ນີ້ແມ່ນຂ້ໍສັງເກດຂອງພາກສ່ວນຄົ້ນຄວ້າທົ່ວໂລກຂອງທະນາຄານ HSBC ໃນບົດລາຍງານ “ທັດສະນະຂອງ ອາຊຽນ - ແຫຼ່ງທຶນ FDI: ຄົງຕົວໃນການປະເຊີນໜ້າກັບສິ່ງທ້າທາຍ” ໄດ້ປະກາດໃນວັນທີ 12 ກັນຍາ.

            ບັນດານັກຊ່ຽວຊານຂອງ HSBC ໃຫ້ຮູ້ວ່າ, ອາຊຽນ ໄດ້ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃນທົ່ວໂລກໃນລະດັບສູງສະຖິຕິເກືອບ 17% ໃນປີ2022, ເກືອບທົບ 2 ເທົ່າເມື່ອທຽບໃສ່ 4 ປີກ່ອນນີ້. ໃນນັ້ນ, ມີກວ່າ 65% ຍອດທຶນ FDI ຂອງພາກພື້ນໄດ້ລົງທຶນເຂົ້າສິງກະໂປ, ເທົ່າກັບລະດັບຄິດສະເລ່ຍ 25% GDP ຂອງປະເທດນີ້. ມາເລເຊຍ ແລະ ຫວຽດນາມ ກໍ່ດຶງດູດເງິນລົງທຶນ FDI ຫຼາຍພໍສົມຄວນ. ມາຮອດຈຸດເວລານີ້, FDI ໃໝ່ທີ່ລົງທຶນເຂົ້າຂະແໜງຜະລິດຂອງຫວຽດນາມ ໃນປີ 2023 ໄດ້ເພີ່ມຂຶ້ນສູງກວ່າແຕ່ລະປີໄລຍະ 3 ປີມໍ່ໆມານີ້. ໂດຍບໍ່ຫົວຊາຕໍ່ສະພາບຊຸດໂຊມດ້ານການຄ້າ, ທ່າອ່ຽງນີ້ໄດ້ນຳມາເຊິ່ງຄວາມຫວັງຟື້ນຕົວໃຫ້ແກ່ ຫວຽດນາມ ເມື່ອວົງວຽນເສດຖະກິດປ່ຽນແປງ.

        ນັບແຕ່ເມື່ອປະຕິບັດການປ່ຽນແປງໃໝ່ໃນປີ 1986, ຫວຽດນາມ ໄດ້ຮັບແຫຼ່ງທຶນ FDI ຫຼາຍພໍສົນຄວນ.

ຕອບກັບ