Hezbollah ຍິງ​ລູກ​​ຈະຫຼວດ ຫຼາຍ​ລູກ ໄປ​ຍັງ​ທາງ​ທ​ິດ​ເໜືອ ອິດ​ສະ​ລາ​ແອັນ

Chia sẻ
(VOVWORLD) - ນັກຮົບປະເທດນີ້ ພວມສືບຕໍ່ບັນດາການເຄື່ອນໄຫວທາງການທະຫານຢູ່ເຂດທາງທິດໃຕ້ຂອງນະຄອນ Rafah ແລະ ເຂດພາກກາງ ກາຊາ.
Hezbollah ຍິງ​ລູກ​​ຈະຫຼວດ ຫຼາຍ​ລູກ ໄປ​ຍັງ​ທາງ​ທ​ິດ​ເໜືອ ອິດ​ສະ​ລາ​ແອັນ - ảnh 1ພາບປະກອບ: THX/TTXVN

ໃນແຈ້ງການທີ່ໄດ້ອອກໃນວັນທີ 20 ມິຖຸນາ, ກຳລັງ Hezbollah ຢູ່ລີບັງ ໃຫ້ຮູ້ວ່າ ໄດ້ຍິງລູກຈະຫຼວດຫຼາຍລູກເຂົ້າເຂດທາງທິດເໜືອ ອິດສະລາແອັນ ເພື່ອແນໃສ່ໂຕ້ຕອບບັນດາເຫດບຸກໂຈມຕີທາງອາກາດ ເຊິ່ງ ອິດສະລາແອັນ ດຳເນີນເລັ່ງໃສ່່ໝູ່ບ້ານ Deir Kifa ທາງທິດໃຕ້ ລີບັງ, ເຮັດໃຫ້ສະມາຊິກ ຂອງ Hezbollah ຄົນໜຶ່ງເສຍຊີວິດ.

ໃນຂະນະນັ້ນ, ໃນວັນດຽວກັນ ແຈ້ງການທາງສືຶ່ມວນຊົນຂອງ ກອງທັບ ອິດສະລາແອັນ ໃຫ້ຮູ້ວ່ານັກຮົບປະເທດນີ້ ພວມສືບຕໍ່ບັນດາການເຄື່ອນໄຫວທາງການທະຫານຢູ່ເຂດທາງທິດໃຕ້ຂອງນະຄອນ Rafah ແລະ ເຂດພາກກາງ ກາຊາ. ແຈ້ງການກໍ່ໃຫ້ຮູ້ວ່າ Ahmed Al-Sawarka ຜູ້ບັນຊາການຂອງຂະບວນການອິດສະລາມ ຮາມາດສ ໄດ້ເສຍຊີວິດໃນເຫດບຸກໂຈມຕີຂອງກອງທັບ ອິດສະລາແອັນ ຢູ່ເທດສະບານ Beit Hanoun ທາງທິດເໜືອເຂດກາຊາ.

ຕອບກັບ