GDP ໄຕມາດທີ່ 1 ປີ 2024 ເພີ່ມຂຶ້ນ 5,66% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023

Chia sẻ
(VOVWORLD) - ຍອດຜະລິດຕະພັນພາຍໃນ (GDP) ໃນໄຕມາດທີ 1 ປີ 2024, ຄາດວ່າເພີ່ມຂຶ້ນ 5,66% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ສູງກວ່າລະດັບເພີ່ມຂຶ້ນຂອງໄຕມາດທີ 1 ປີ 2020 – 2023
GDP ໄຕມາດທີ່ 1 ປີ 2024 ເພີ່ມຂຶ້ນ 5,66% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 - ảnh 1(ຍອດຜະລິດຕະພັນພາຍໃນ (GDP) ໃນໄຕມາດທີ 1 ປີ 2024, ຄາດວ່າເພີ່ມຂຶ້ນ 5,66% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023)

        ຍອດຜະລິດຕະພັນພາຍໃນ (GDP) ໃນໄຕມາດທີ 1 ປີ 2024, ຄາດວ່າເພີ່ມຂຶ້ນ 5,66% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ສູງກວ່າລະດັບເພີ່ມຂຶ້ນຂອງໄຕມາດທີ 1 ປີ 2020 2023; ດັດຊະນີການໃຊ້ສອຍ (CPI) ໃນໄຕມາດທີ 1 ເພີ່ມຂຶ້ນ 3,77% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໃນໄລຍະ 3 ເດືອນຜ່ານມາ, ທົ່ວປະເທດມີວິສາຫະກິດຈົດທະບຽນສ້າງຕັ້ງໃໝ່ ແລະ ກັບຄືນເຄື່ອນໄຫວແມ່ນເກືອບ 60.000 ແຫ່ງ, ເພີ່ມຂຶ້ນກວ່າ 5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ນັ້ນແມ່ນບັນດາຂໍ້ມູນຕັ້ງໜ້າໃນບົດລາຍງານສະພາບການເສດຖະກິດ - ສັງຄົມໃນໄຕມາດທີ 1 ໂດຍກົມໃຫຍ່ສະຖິຕິຫາກໍ່ປະກາດໃນຕອນເຊົ້າວັນທີ 29 ມີນາ.

        ທ່ານນາງ ຫງວຽນທິເຮືອງ, ຫົວໜ້າກົມໃຫຍ່ສະຖິຕິ, ຖືວ່າ, ກ້າວເຂົ້າສູ່ໄຕມາດທີ 2, ສະພາບການເສດຖະກິດ - ສັງຄົມສືບຕໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ. ສະນັ້ນ, ເພື່ອບັນລຸໄດ້ເປົ້າໝາຍເຕີບໂຕຄືດັ່ງຄາດໝາຍທີ່ໄດ້ວາງອອກ, ຕ້ອງປະຕິບັດມາດຕະການແກ້ໄຂຈຳນວນໜຶ່ງທີ່ສອດຄ່ອງກັບສະພາບຕົວຈິງ.

        “ທຸກຂັ້ນ, ທຸກຂະແໜງການ ຕ້ອມເພີ່ມທະວີການຄາດຄະເນ, ເປັນເຈົ້າການບໍລິຫານຢ່າງມີໄຫວພິບ, ສອດຄ່ອງກັບສະພາບການໃໝ່, ຮັບມືກັບບັນດາສະພາບການເກີດຂຶ້ນໃໝ່ຢ່າງທັນການ. ອັບເດດບັນດາສະພາບການກ່ຽວກັບການເຕີບໂຕ, ໄພເງິນເຟີ້ຢ່າງລ້ຽນຕິດ. ມີການສົມທົບກັນລະຫວ່າງບັນດານະໂຍບາຍບໍລິຫານເສດຖະກິດມະຫາພາກຢ່າງແໜ້ນແຟ້ນ, ກົມກຽວ, ເພື່ອຮັກສາສະຖຽນລະພາບ ແລະ ການເຕີບໂຕຂອງພື້ນຖານເສດຖະກິດ. ຕ້ອງຕິດຕາມສະພາບການລາຄາເຄື່ອງໃຊ້ສອຍທີ່ຈຳເປັນຢ່າງແໜ້ນແຟ້ນ…”

ຕອບກັບ