ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ shinzo Abe ເຂົ້າຮ່ວມກອງປະຊຸມ ອອນລາຍຂອງກຸ່ມ G7 (ພາບ: anninhthudo.vn)
|
ທ່ານ Toshimitsu Motegi ໄດ້ຍົກອອກຄຳຖະແຫຼງດັ່ງກ່າວ ໃນບົດກ່າວປາໄສກັບວົງການສື່ມວນຊົນ ພາຍຫຼັງກອງປະຊຸມອອນລາຍກັບຄູ່ຕຳແໜ່ງບັນດາປະເທດ G7.
ກ່ຽວກັບບັນຫາດັ່ງກ່າວ, ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ Dominic Raab ກໍໃຫ້ຮູ້ວ່າ ລັດຖະມົນຕີການຕ່າງປະເທດບັນດາປະເທດ G7 ໄດ້ເຫັນດີເປັນເອກະພາບກ່ຽວກັບບັນດາບຸລິມະສິດໃນການຮັບມືກັບໂລກລະບາດໂຄວິດ - 19, ໃນນັ້ນ ມີຄວາມມານະພະຍາຍາມປົກປ້ອງພື້ນຖານເສດຖະກິດທົ່ວໂລກ, ໜູນຊ່ວຍບັນດາປະເທດທີ່ມີຄວາມສ່ຽງສູງກວ່າເພິ່ນ, ຜະລິດວັກຊີນ ແລະ ອະນຸຍາດໃຫ້ແກ່ພົນລະເມືອງທີ່ຖືກຕິດຄ້າງຢູ່ຕ່າງປະເທດໄດ້ກັບເມືອປະເທດຢ່າງປອດໄພ.