G20 ສຸມ​ໃສ່​ແກ້​ໄຂ​ໜີ້​ສິນ​ໃຫ້​ບັນດາ​ປະ​ເທດ​ທຸກ​ຍາກ

Chia sẻ
(VOVWORLD) -ວັນທີ 31 ມີນາ, ລັດຖະມົນຕີກະຊວງການຄ້າບັນດາປະເທດ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ຖະແຫຼງວ່າ ຈະວາງອອກແຜນການດໍາເນີນງານ ທີ່ກ່ຽວຂ້ອງເຖິງໂລກລະບາດໂຄວິດ - 19 ໃນ 2 ອາທິດຈະມາເຖິງ ເພື່ອແນໃສ່ແກ້ໄຂບັນຫາໜີ້ສິນ ໃຫ້ແກ່ບັນດາປະເທດທຸກຍາກທີ່ສຸດ, ກໍຄື ໜູນຊ່ວຍດ້ານການເງິນໃຫ້ແກ່ບັນດາພື້ນຖານເສດຖະກິດພວມພັດທະນາ.
G20 ສຸມ​ໃສ່​ແກ້​ໄຂ​ໜີ້​ສິນ​ໃຫ້​ບັນດາ​ປະ​ເທດ​ທຸກ​ຍາກ - ảnh 1 ປະຊາຊົນຢູ່ Ouagadougou, Burkina Fasoປະສົບກັບຄວາມຫຍຸ້ງຍາກໃນໄລຍະເກີດໂລກລະຍາດໂຄວິດ - 19(ພາບ: AFP/TTXVN)

ລະອຽດແມ່ນ, ລັດຖະມົນຕີກະຊວງການຄ້າບັນດາປະເທດ G20 ໄດ້ປຶກສາຫາລືກ່ຽວກັບວິທີ ທີ່ກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ ອາດຈະແກ້ໄຂສະພາບການຂາດ ເງິນສົດຢູ່ບັນດາຕະຫຼາດຫາກໍ່ພົ້ນເດັ່ນ. ໄປຄຽງຄູ່ກັນນັ້ນ, ບັນດາປະເທດ G20 ກໍຈະເຮັດວຽກກັບຄະນະສ້າງ ສະຖຽນລະພາບດ້ານການເງິນຂອງກຸ່ມທີ່ໄດ້ສ້າງຕັ້ງພາຍຫຼັງວິກິດການ ການເງິນ ປີ 2008, ເພື່ອປະສານສົມທົບບັນດາມາດຕະການຕິດຕາມກວດກາ ແລະ ວາງອອກຂໍ້ກໍານົດ ແນໃສ່ຮັບມືກັບໂລກລະບາດໂຄວິດ - 19. ບັນດາກຸ່ມເຮັດວຽກດັ່ງກ່າວ ຄາດວ່າ ຈະສໍາເລັດແຜນການລະອຽດກ່ອນທີ່ຈະດໍາເນີນກອງປະຊຸມຄັ້ງຕໍ່ໄປຂອງກຸ່ມໃນວັນທີ 15 ເມສາ ຈະມາເຖິງນີ້. ນີ້ກໍແມ່ນຈຸດເວລາດໍາເນີນກອງປະຊຸມລະດູບານໃໝ່ຂອງ ກອງທຶນເງິນຕາສາກົນ ແລະ ທະນາຄານໂລກ.

ອາທິດແລ້ວນີ້, ການນໍາບັນດາປະເທດ G20 ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະເບີກຈ່າຍຈໍານວນເງິນຫຼາຍກວ່າ 5.000 ຕື້ USD ເພື່ອຈໍາກັດຜົນເສຍຫາຍຈາກໂລກລະບາດທີ່ມີຕໍ່ ວຽກເຮັດງານທໍາ ແລະ ລາຍຮັບ, ພ້ອມທັງມານະພະຍາຍາມຈໍາກັດການຂາດວັກຂາດຕອນຂອງແຫຼ່ງສະໜອງ ຍ້ອນນະໂຍບາຍປິດປະຕູຊາຍແດນຂອງບັນດາປະເທດ.

ຕອບກັບ