Festival ດອກໄມ້ດາລາດຄັ້ງທີ7

Chia sẻ
(VOVWORLD) -ຕອນຄ່ຳວັນທີ 23 ທັນວາ ຢູ່ ສະຫນາມຫລວງ ເລີມວຽນ ນະຄອນ ດາລາດ ໄດ້ໄຂ Festival ດອກໄມ້ ດາລາດຄັ້ງທີ 7. 
Festival ດອກໄມ້ດາລາດຄັ້ງທີ7 - ảnh 1 Festival ດອກໄມ້ ດາລາດຄັ້ງທີ 7

ເຂົ້າຮ່ວມ ແລະ ກ່າວຄຳປາໄສໄຂ Festival, ທ່ານນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ໄດ້ ອວຍພອນນະຄອນ ດາລາດ ແລະ ແຂວງເລີມດົງໄດ້ຮັບການຮັບຮອງເຄື່ອງໝາຍການຄ້າ “ດາລາດ- ສິ່ງມະຫັດສະຈັນຈາກເຂດດິນແດນອຸດົມສົມບູນ” ຢ່າງເປັນທາງການ ພ້ອມທັງປາດຖະຫນາຢາກໃຫ້ແຂວງ ເລີມດົງ ສືບຕໍ່ຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນ ແລະ ທ່າແຮງເປັນເອກະລັກສະເພາະຢ່າງມີປະສິດທິຜົນ, ກໍ່ສ້າງນະຄອນ ດາລາດ ແລະ ແຂວງເລີມດົງ ໃຫ້ນັບມື້ນັບພັດທະນາ.

“ນີ້ແມ່ນຄວາມເອກອ້າງທະນົງໃຈ ພ້ອມທັງແມ່ນຄວາມຮັບຜິດຊອບ, ແມ່ນຄຳໝັ້ນສັນຍາຈະຮັກສາຄວາມໄວ້ເນື້ອເຊື່ອໃຈຂອງຜູ້ໃຊ້ສອຍຢູ່ພາຍໃນປະເທດ ແລະ ຕ່າງປະເທດ ສຳລັບບັນດາປະເພດສິນຄ້າຜະລິດຕະພັນກະເສດ ແລະ ເຄື່ອງໝາຍທ່ອງທ່ຽວ ດາລາດ - ເລີມດົງ ໃນໄລຍະຈະມາເຖິງ.”

Festival ດອກໄມ້ ດາລາດ ຄັ້ງທີ 7 ປີ 2017 ແມ່ນເຫດການວັດທະນະທຳ ເສດຖະກິດ ມີຄວາມໝາຍສຳຄັນ, ສືບຕໍ່ຢັ້ງຢືນ, ເຊີດຊູຜູ້ປູກດອກໄມ້, ໂຄສະນາບັນດາຄຸນຄ່າກ່ຽວກັບດອກໄມ້, ກ່ຽວກັບບັນດາປະເພດສິນຄ້າຜະລິດຕະພັນກະເສດທີ່ມີຊື່ສຽງ ແລະ ເປັນເອກະລັກສະເພາະອື່ນຂອງ ດາລາດ - ເລີມດົງ. Festival ດອກໄມ້ ດາລາດ ດຳເນີນແຕ່ວັນທີ 23-27 ທັນວາປີ 2017.

ຕອບກັບ