FED ຫຼຸດອັດ​ຕາດອກ​ເບ້ຍ​ລົງ ເກືອບ 0%

Chia sẻ
(VOVWORLD) -ວັນທີ 15 ມີນາ, ທະນາຄານ ກາງສະຫະລັດອາເມລິກາ (FED) ໄດ້ປະກາດຫຼຸດຜ່ອນອັດຕາດອກເບ້ຍລົງເປັນຄັ້ງທີ 2 ໃນຮອບເວລາຍັງບໍ່ຮອດ 2 ອາທິດເພື່ອແນໃສ່ຊ່ວຍຊຸກຍູ້ພື້ນຖານເສດຖະກິດ ອາເມລິກາໃນສະພາບການໂລກລະບາດ Covid – 19ພວມແຜ່ລະບາດໃນທົ່ວປະເທດອາເມລິກາ.
FED ຫຼຸດອັດ​ຕາດອກ​ເບ້ຍ​ລົງ ເກືອບ 0% - ảnh 1ສຳນັກງານ ທະນາຄານ ກາງສະຫະລັດອາເມລິກາ (FED) ຢູ່ອາເມລິກາ (ພາບ: THX/TTXVN)

ຕາມລາຍງານຂອງ FED ໃຫ້ຮູ້ວ່າ ຜົນກະທົບຂອງ ໂລກລະບາດ Covid – 19 ຈະສົ່ງຜົນສະທ້ອນເຖິງການເຄື່ອນໄຫວເສດຖະກິດໃນໄລຍະຈະມາເຖິງ ແລະ ສ້າງຄວາມສ່ຽງໃຫ້ແກ່ແງ່ຫວັງພັດທະນາເສດຖະກິດ. ຕໍ່ໜ້າບັນດາການຜັນແປນີ້, ຄະນະກຳມະການການຕະຫຼາດເປີດສະຫະລັດ (FOMC) - ໂດຍແມ່ນອົງການວາງ, ກຳນົດນະໂຍບາຍຂອງ FED, ໄດ້ຕົກລົງຫຼຸດຂອບເຂດເປົ້າໝາຍຕ່ຳລົງ. ການປະກາດນີ້ກໍ່ໃຫ້ຮູ້ວ່າ FOMC ມີຄວາມຫວັງຢາກຮັກສາຂອບເຂດເປົ້າໝາຍດັ່ງກ່າວຈົນກ່ວາຈະເຊື່ອໝັ້ນວ່າ ພື້ນຖານເສດຖະກິດໄດ້ຜ່ານຜ່າບັນດາການຜັນແປໃນ ມໍ່ໆມານີ້ ແລະ ພວມຢູ່ໃນທ່ວງທ່າບັນລຸໄດ້ເປົ້າໝາຍສ້າງວຽກເຮັດງານທຳ ແລະ ລາຄາທີ່ມີສະຖຽນລະພາບສູງສຸດ.

ຕອບກັບ