FED ປະ​ກາດ​ຈະ​ເບີກ​ຈ່າຍ​ຈຳ​ນວນ​ເງິນ​ຕື່ມ​ອີກ 500 ຕື້ USD ໃຫ້​ແກ່​ບັນ​ດາ​ທະ​ນາ​ຄານ

Chia sẻ
(VOVWORLD) - ວັນທີ 17 ມີນາ, ທະນາຄານສະສົມສະຫະລັດ ອາເມລິກາ (FED) ໄດ້ປະກາດວ່າ ຈະເບີກຈ່າຍຈຳນວນເງິນຕື່ມອີກ 500 ຕື້ USD ໂດຍມີການຄິດໄລ່ດອກເບ້ຍຕ່ຳສຸດໃຫ້ບັນດາຕະຫຼາດການເງິນ.
FED ປະ​ກາດ​ຈະ​ເບີກ​ຈ່າຍ​ຈຳ​ນວນ​ເງິນ​ຕື່ມ​ອີກ 500 ຕື້ USD ໃຫ້​ແກ່​ບັນ​ດາ​ທະ​ນາ​ຄານ - ảnh 1 ສຳນັກງານ FED ຢູ່ວໍຊິງຕັນ (ພາບ: AFP/TTXVN)

        ວັນທີ 17 ມີນາ, ທະນາຄານສະສົມສະຫະລັດ ອາເມລິກາ(FED) ໄດ້ປະກາດວ່າ ຈະເບີກຈ່າຍຈຳນວນເງິນຕື່ມອີກ 500 ຕື້ USD ໂດຍມີການຄິດໄລ່ດອກເບ້ຍຕ່ຳສຸດໃຫ້ບັນດາຕະຫຼາດການເງິນ ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງດ້ານການເງິນ ຍ້ອນໂລກລະບາດ Covid-19 ກໍ່ຂຶ້ນໃນໄລຍະຜ່ານມາ. ຕາມນັ້ນແລ້ວ, ລະດັບດອກເບ້ຍແມ່ນ 0,1%.

        ກ່ອນໜ້ານັ້ນ, ວັນທີ 15 ມີນາ, FED ໄດ້ແຈ້ງໃຫ້ຊາບວ່າ ຈະຫຼຸດຜ່ອນລະດັບດອກເບ້ຍລົງຄັ້ງທີ 2 ໃນຮອບເວລາຍັງບໍ່ຮອດ 2 ອາທິດ ເພື່ອແນໃສ່ຊຸກຍູ້ພື້ນຖານເສດຖະກິດ ອາເມລິກາໃນສະພາບການທີ່ໂລກລະບາດ Covid-19 ແຜ່ລະບາດໄປທົ່ວປະເທດນີ້.

        ແລະກໍໃນວັນດຽວກັນ, ເຈົ້າໜ້າທີ່ຂັ້ນສູງ ຂອງ ອາເມລິກາ ໃຫ້ຮູ້ວ່າ ອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ຈະເລັ່ງລັດໃຫ້ສະພາແຫ່ງຊາດຮັບຮອງເອົາບ້ວງກະຕຸ້ນເສດຖະກິດໂດຍດ່ວນ ດ້ວຍມູນຄ່າ 850 ຕືື້ USD. ນີ້ແມ່ນຂໍ້ສະເໜີກ່ຽວກັບພາສີອາກອນ, ໂດຍບໍ່ກ່ຽວຂ້ອງເຖິງການກະຕຸ້ນຄວາມຕ້ອງການໃນການບໍລິໂພກອຸປະໂພກ.

 

 

ຕອບກັບ