FDI ເຂົ້າ ຫວຽດ​ນາມ ເພີ່ມ​ຂຶ້ນ

Chia sẻ
(VOVWORLD) - ຍອດຈຳນວນເງິນລົງທຶນຈາກຕ່າງປະເທດ (FDI) ລົງທະບຽນເຂົ້າ ຫວຽດນາມ ຮອດວັນທີ 20 ມັງກອນ ບັນລຸ 2,36 ຕື້ໂດລາສະຫະລັດ, ເພີ່ມຂຶ້ນກ່ວາ 40% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
FDI ເຂົ້າ ຫວຽດ​ນາມ ເພີ່ມ​ຂຶ້ນ - ảnh 1(ພາບປະກອບ: VOV)

ຕາມຕົວເລກຂອງຫົມໃຫຍ່ສະຖິຕິ ປະກາດໃນວັນທີ 29 ມັງກອນ, ຍອດຈຳນວນເງິນລົງທຶນຈາກຕ່າງປະເທດ (FDI) ລົງທະບຽນເຂົ້າ ຫວຽດນາມ ຮອດວັນທີ 20 ມັງກອນ ບັນລຸ 2,36 ຕື້ໂດລາສະຫະລັດ, ເພີ່ມຂຶ້ນກ່ວາ 40% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ຄາດວ່າ, FDI ປະຕິບັດບັນລຸເກືອບ 1,5 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 9,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ກ່ຽວກັບຂົງເຂດການລົງທຶນ, ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 15 ຂະແໜງໃນຍອດຈຳນວນ 21 ຂະແໜງເສດຖະກິດແຫ່ງຊາດ. ໃນນັ້ນ, ການດຳເນີນທຸລະກິດອະສັງຫະລິມະຊັບນຳໜ້າ ດ້ວຍຍອດເງິນລົງທຶນບັນລຸກ່ວາ 1,27 ຕື້ໂດລາສະຫະລັດ, ກວມເກືອບ 54% ຍອດເງິນລົງທຶນຈົດທະບຽນ ແລະ ທົບເກືອບ 2 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ຖັດມາແມ່ນອຸດສາຫະກຳປຸງແຕ່ງ, ປະດິດສ້າງ, ວິທະຍາສາດເຕັກໂນໂລຊີ, ການຂາຍຍ່ອຍ… ມີ 39 ປະເທດ ແລະ ເຂດແຄ້ວນໄດ້ລົງທຶນຢູ່ ຫວຽດນາມ ໃນເດືອນ ມັງກອນ, ໃນນັ້ນ, ສິງກະໂປ ນຳໜ້າດ້ວຍຍອດເງິນລົງທຶນກ່ວາ 1,4 ຕື້ໂດລາສະຫະລັດ.

        ກໍ່ໃນເດືອນມັງກອນ, ຍອດເງິນລົງທຶນສົ່ງອອກ, ນຳເຂົ້າສິນຄ້າຂອງ ຫວຽດນາມ ບັນລຸເກືອບ 30 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 5,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນ, ການສົ່ງອອກເພີ່ມຂຶ້ນກ່ວາ 4%.

ຕອບກັບ