EVFTA ສ້າງກາລະໂອກາດດຳເນີນທຸລະກິດໃຫ້ແກ່ ແບນຊິກ ແລະ ຫວຽດນາມ

Chia sẻ
(VOVWORLD) -  ວັນທີ 13 ກໍລະກົດ, ສຳພັນທະມິດ ແບນຊິກ - ຫວຽດນາມ (BVA) ໄດ້ສົມທົບກັບສະຫະສະມາຄົມວິສາຫະກິດ ແບນຊິກ - Luxembourg ປະຈຳ ຫວຽດນາມ (Beluxcham) ຈັດຕັ້ງກອງປະຊຸມສຳມະນາທາງອອນລາຍກ່ຽວກັບກາລະໂອກາດການດຳເນີນທຸລະກິດ ແລະ ການລົງທຶນສຳລັບ ແບນຊິກ ແລະ ຫວຽດນາມ.
EVFTA ສ້າງກາລະໂອກາດດຳເນີນທຸລະກິດໃຫ້ແກ່ ແບນຊິກ ແລະ ຫວຽດນາມ - ảnh 1 (ພາບປະກອບ/TTXVN)

ກ່າວຄຳເຫັນນະທີ່ນີ້ິ້, ທ່ານ ຫວູແອັງກວາງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາຊະອານາຈັກ ແບນຊິກ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອີຢູ ໄດ້ຕີລາຄາສູງ EVFTA - ແມ່ນສັນຍາທັນສະໄໝ, ຮອບດ້ານ ແລະ ມີຄວາມບົ່ມຊ້ອນທີ່ສຸດ ທີ່ເຄີຍໄດ້ເຊັນລະຫວ່າງ ອີຢູ ແລະ ປະເທດພວມພັດທະນາ, ເຊິ່ງຈະສ້າງກຳລັງໜູນຢ່າງແຮງ ໃຫ້ແກ່ການພົວພັນດ້ານການຄ້າ ຫວຽດນາມ - ອີຢູ ເວົ້າລວມ ແລະ ຫວຽດນາມ - ແບນຊິກ ເວົ້າສະເພາະ. ທ່ານເອກອັກຄະລັດຖະທູດ ຫວູແອັງກວາງ ປາດຖະໜາວ່າ ຫວຽດນາມ ແລະ ແບນຊິກ ຈະເພີ່ມທະວີດ້ານການຄ້າ ແລະ ການລົງທຶນ 2 ຝ່າຍ ໃນບັນດາຂົງເຂດທີ່ມີຜົນປະໂຫຍດຮ່ວມ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນ ຄືກະສິກຳອັດສະລິຍະ, ຮັບປະກັນສຸຂະອະນາໄມດ້ານສະບຽງອາຫານ, ເຕັກໂນໂລຊີສິ່ງແວດລ້ອມ, ພາລະທິການ…ແລະ ມຸ່ງໄປເຖິງບັນດາເປົ້າໝາຍລວມ ແມ່ນການເຕີບໂຕພັດທະນາແບບຍືນຍົງໄລຍະຫລັງໂຄວິດ-19.

        ສ່ວນທ່ານນາງ Axelle Nicaise, ຮອງຫົວໜ້າຄະນະຜູ້ຕາງໜ້າ ອີຢູ ປະຈຳ ຫວຽດນາມ ໄດ້ຕີລາຄາຕະຫລາດ ຫວຽດນາມ ຈະມີການປັບປຸງຫລາຍຢ່າງ ແລະ ເປັນປົກກະຕິກ່ຽວກັບດ້ານນິຕິກຳກ່ວາ, ສະນັ້ນ ຈະດຶງດູດໄດ້ບັນດາການລົງທຶນ, ພ້ອມກັນນັ້ນ ບັນດາຄຳໝັ້ນສັນຍາພັດທະນາແບບຍືນຍົງຈາກຝ່າຍ ຫວຽດນາມ ຈະໄດ້ຮັບການປະຕິບັດ ເມື່ອສັນຍາ EVFTA ມີຜົນສັກສິດ, ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃຫ້ນັບມື້ນັບສະດວກກ່ວາ.

ຕອບກັບ