EU ໃຫ້​ຄຳ​ໝັ້ນ​ສັນ​ຍາ ສະ​ໜັບ​ສະ​ໜູນ​ວິ​ວັດ​ທະ​ນາ​ການ​ສັນ​ຕິ​ພາບ ຢູ່​ພາກ​ຕາ​ເວັນ​ອອກ​ກາງ ແລະ ໜູ​ນ​ຊ່ວຍ​ໃຫ້​ແກ່ ຢູ​ແກຼນ

Chia sẻ
(VOVWORLD) - EU ຢັ້ງຢືນຄືນໃໝ່ຄວາມຕັດສິນໃຈ ໃນການບັນລຸໄດ້ຄຳສັ່ງຢຸດຍິງໃນທັນທີ ຢູ່ເຂດ ກາຊາ ແລະ ປ່ອຍ ຕົວປະກັນ ອິດສະລາແອັນ ໝົດທຸກຄົນເປັນ ອິດສະຫຼະພາບ ຢ່າງໄຮ້ເງື່ອນໄຂ, ໃນທ່າມກາງຄວາມເຄັ່ງຕຶງຢູ່ພາກຕາເວັນອອກກາງ ເພີ່ມຂຶ້ນ
EU ໃຫ້​ຄຳ​ໝັ້ນ​ສັນ​ຍາ ສະ​ໜັບ​ສະ​ໜູນ​ວິ​ວັດ​ທະ​ນາ​ການ​ສັນ​ຕິ​ພາບ ຢູ່​ພາກ​ຕາ​ເວັນ​ອອກ​ກາງ ແລະ ໜູ​ນ​ຊ່ວຍ​ໃຫ້​ແກ່ ຢູ​ແກຼນ - ảnh 1ບັນດາຜູ້ແທນຖ່າຍຮູບຢູ່ກອງປະຊຸມ (ພາບ:  AFP/TTXVN)

ວັນທີ 18 ເມສາ, ໂດຍແມ່ນວັນສຸດທ້າຍຂອງກອງປະຊຸມສຸດຍອດວິສາມັນ ຢູ່ ບຣູກແຊນ, ແບນຊິກ, ບັນດາການນຳ ສະຫະພາບ ເອີລົບ (EU) ໄດ້ຖະແຫຼງຈະມານະພະຍາຍາມຈົດນສຸດຄວາມສາມາດຂອງຕົນ ເພື່ອພື້ນຖານສັນຕິພາບທີ່ຍາວນານລະຫວ່າງ ອິດສະລາແອັນ ແລະ ປາແລດສະຕິນ, ອີງຕາມວິທີການສອງລັດ.

EU ຢັ້ງຢືນຄືນໃໝ່ຄວາມຕັດສິນໃຈ ໃນການບັນລຸໄດ້ຄຳສັ່ງຢຸດຍິງໃນທັນທີ ຢູ່ເຂດ ກາຊາ ແລະ ປ່ອຍ ຕົວປະກັນ ອິດສະລາແອັນ ໝົດທຸກຄົນເປັນ ອິດສະຫຼະພາບ ຢ່າງໄຮ້ເງື່ອນໄຂ, ໃນທ່າມກາງຄວາມເຄັ່ງຕຶງຢູ່ພາກຕາເວັນອອກກາງ ເພີ່ມຂຶ້ນ. ສະພາເອີລົບ ໄດ້ສຸມໃສ່ ຄວາມມານະພະຍາຍາມຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ, ພ້ອມທັງປະຕິບັດມະຕິເລກທີ 2728 ຂອງ ສະພາຄວາມໝັ້ນຄົງ ສປຊ.

ຢູ່ກອງປະຊຸມ, EU ກໍ່ຢ້ຳຄືນໃໝ່ນະໂຍບາຍສະໜັບສະໜູນໃຫ້ແກ່ຢູແກຼນ ແລະ ປະຊາຊົນຂອງປະເທດນີ້. ການນຳ 27 ປະເທດ ສະມາຊິກ EU ເຫັນດີເປັນເອກະພາບເພີ່ມທະວີການສະໜອງການຊ່ວຍເຫຼືອດ້ານມະນຸດສະທຳໃຫ້ແກ່ຢູແກຼນ, ກໍ່ຄືບັນດາວັດຖຸອຸປະກອນປົກປ້ອງພົນລະເຮືອນ ຄືເຄື່ອງຈັກ ປັ່ນໄຟຟ້າ ແລະ ໝໍ້ແບ່ງໄຟຟ້າ, ເພື່ອແນໃສ່ຊ່ວຍເຫຼືອປະເທດເອີລົບຕາເວັນອອກຮັບມືກັບບັນດາສິ່ງທ້າທາຍໃນປັດຈຸບັນ.

ຕອບກັບ