EU ຮັບ​ຮອງ​ເອົາ​ບ້ວງ​​ລົງ​ໂທດ​ຄັ້ງ​ທີ 11 ຕ້ານ​ລັດ​ເຊຍ

Chia sẻ
(VOVWORLD) - ບ້ວງລົງໂທດລວມມີບັນດາຂໍ້ກຳນົດຫ້າມທຸກການເຄື່ອນໄຫວຂົນສົ່ງສິນຄ້າ ແລະ ເຕັກໂນໂລຢີ ເຊິ່ງກອງທັບລັດເຊຍ ອາດຈະນຳໃຊ້ ຫຼືໜູນຊ່ວຍຂົງເຂດປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບຂອງປະເທດນີ້ .

ວັນທີ 21 ມິຖຸນາ, ລັດຖະບານ ບັນດາປະເທດ ສະມາຊິກ ສະຫະພາບເອີລົບ (EU) ໄດ້ເຫັນດີເປັນເອກະພາບຈັດວາງບ້ວງລົງໂທດໃໝ່ເລັ່ງໃສ່ລັດເຊຍ ທີ່ກ່ຽວຂ້ອງເຖິງການປະທະກັນຢູ່ ຢູແກຼນ. ການກະທຳເພື່ອແນໃສ່ສະກັດກັ້ນປະເທດທີ 3 ແລະ ບັນດາວິສາຫະກິດທີ່ຫຼີກລ້ຽງບັນດາມາດຕະການລົງໂທດ ຂອງ EU ໃນປັດຈຸບັນ. ນີ້ແມ່ນບ້ວງລົງໂທດຄັ້ງທີ 11 ຂອງ EU ເລັ່ງໃສ່ມົດສະກູ.

ຊູແອັດ ເຊິ່ງແມ່ນປະເທດພວມດຳລົງຕຳແໜ່ງປະທານໝູນວຽນ EU ໃຫ້ຮູ້ວ່າ ບ້ວງລົງໂທດລວມມີບັນດາຂໍ້ກຳນົດຫ້າມທຸກການເຄື່ອນໄຫວຂົນສົ່ງສິນຄ້າ ແລະ ເຕັກໂນໂລຢີ ເຊິ່ງກອງທັບລັດເຊຍ ອາດຈະນຳໃຊ້ ຫຼືໜູນຊ່ວຍຂົງເຂດປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບຂອງປະເທດນີ້ . ບ້ວງມາດຕະການລົງໂທດນີ້ ອະນຸຍາດໃຫ້ຈັດວາງບັນດາຂໍ້ຈຳກັດເລັ່ງໃສ່ການຊື້ຂາຍສິນຄ້າ ແລະ ເຕັກໂນໂລຢີໃຊ້ຄວບຄູ່ ທີ່ລະອຽດອ່ອນໃຫ້ແກ່ບັນດາປະເທດ ທີ່ອາດຈະຂາຍໃຫ້ລັດເຊຍ ແລະ ເປີດກວ້າງບັນຊີລາຍຊື່ສິນຄ້າທີ່ຖືກຈຳກັດ ຍ້ອນອາດຈະຮັບໃຊ້ໃຫ້ແກ່ກອງທັບ ແລະ ຂົງເຂດປ້ອງກັນຊາດຂອງ ລັດເຊຍ.

ຕອບກັບ