EU ຢັ້​ງ​ຢືນ​ການ​ພັດ​ທະ​ນາ ແລະ ກຳ​ລັງຄວາມ​ສາ​ມາດ​ຂອງ ຫວຽດ​ນາມ ກ່ຽວ​ກັບ​ການ​ຫັນ​ເປັນ​ສີ​ຂ​ຽວ

Chia sẻ
(VOVWORLD) - ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຢ່າງຮອບດ້ານ ລະຫວ່າງ ຫວຽດນາມ ກັບ EU, ສະເໜີ EP ສະໜັບສະໜູນ ການເພີ່ມທະວີການພົວພັນດັ່ງກ່າວລະຫວ່າງ ຫວຽດນາມ ກັບ EU
EU ຢັ້​ງ​ຢືນ​ການ​ພັດ​ທະ​ນາ ແລະ ກຳ​ລັງຄວາມ​ສາ​ມາດ​ຂອງ ຫວຽດ​ນາມ ກ່ຽວ​ກັບ​ການ​ຫັນ​ເປັນ​ສີ​ຂ​ຽວ - ảnh 1ການເຮັດວຽກລະຫວ່າງສອງຝ່າຍ (ພາບ: VOV)

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາຊະອານາຈັກ ແບນຊິກ ແລະ ລັດຖະສະພາ ເອີລົບ (EP), ຕອນຄ່ຳວັນທີ 15 ພະຈິກ, ຢູ່ນະຄອນຫຼວງ Brussels (ແບນຊິກ), ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍ ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ນຳໜ້າ ໄດ້ເຮັດວຽກກັບ ທ່ານປະທານ ກຳມາທິການ ການຄ້າສາກົນ ລັດຖະສະພາ ເອີລົບ (INTA) Bernd Lange.

ກ່າວຄຳເຫັນທີ່ການພົບປະ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຢ່າງຮອບດ້ານ ລະຫວ່າງ ຫວຽດນາມ ກັບ EU, ສະເໜີ EP ສະໜັບສະໜູນ ການເພີ່ມທະວີການພົວພັນດັ່ງກ່າວລະຫວ່າງ ຫວຽດນາມ ກັບ EU ແລະ ບັນດາປະເທດ ສະມາຊິກໃນທຸກຂົງເຂດ, ໃນນັ້ນມີຊ່ອງທາງຮ່ວມມືລະຫວ່າງລັດຖະສະພາ. ຊຸກຍູ້ລັດຖະສະພາ ບັນດາປະເທດ EU ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVIPA) ໂດຍໄວ ເພື່ອໃຫ້ສັນຍາມີຜົນສັກສິດໂດຍໄວ ແລະ ໄດ້ຮັບການປະຕິບັດຢ່າງມີປະສິດທິຜົນ, ອາລັກຂາຜົນປະໂຫຍດທີ່ຊອບທຳ ຂອງວິສາຫະກິດສອງຝ່າຍ.

ສ່ວນທ່ານ ເຈິ່ນແທັງເໝິນ ກໍ່ໄດ້ສະເໜີໃຫ້ ປະທານ INTA ຊຸກຍູ້ຄະນະກຳມະການເອີລົບ ຍົກເລີກບັດເຫຼືອງ IUU ຕໍ່ການສົ່ງອອກສິນທະເລ ຂອງ ຫວຽດນາມ ໄປຍັງ EU ໂດຍໄວ, ປະກອບສ່ວນຮັບປະກັນການຫາເງິນລ້ຽງຊີບໃຫ້ແກ່ຊາວປະມົງ ຫວຽດນາມ ແລະ ແຫຼ່ງສະໜອງໃຫ້ແກ່ຕະຫຼາດ EU, ສະໜັບສະໜູນການເພີ່ມທະວີການຮ່ວມມື ຫວຽດນາມ - EU ໃນບັນດາຂົງເຂດຫັນເປັນສີຂຽວ, ຫັນເປັນດີຈີຕອນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ