EU ຢັ້ງ​ຢືນ ອາ​ຣັບ​ບິ ຊາ​ອຸ​ດິ ຈັດ​ກອງ​ປະ​ຊຸມ​ສັນ​ຕິ​ພາບ​ກ່ຽວ​ກັບ ຢູ​ແກຼນ

Chia sẻ
(VOVWORLD) - ກອງປະຊຸມແມ່ນໂອກາດເພື່ອແລກປ່ຽນກັບບັນດາຄູ່ຮ່ວມມືທົ່ວໂລກ ກ່ຽວກັບບັນດາມາດຕະການແກ້ໄຂການປະທະກັນ ຢູ່ ຢູແກຼນ ຢ່າງເລິກເຊິ່ງກ່ວາ.
EU ຢັ້ງ​ຢືນ ອາ​ຣັບ​ບິ ຊາ​ອຸ​ດິ ຈັດ​ກອງ​ປະ​ຊຸມ​ສັນ​ຕິ​ພາບ​ກ່ຽວ​ກັບ ຢູ​ແກຼນ - ảnh 1ທ່ານນາງ Nabila Massrali ໂຄສົກຂອງ ສະຫະພາບ ເອີລົບ (EU) (ພາບ: EU)

ວັນທີ 31 ກໍລະກົດ, ທ່ານນາງ Nabila Massrali ໂຄສົກຂອງ ສະຫະພາບ ເອີລົບ (EU) ໃຫ້ຮູ້ວ່າ ກອງປະຊຸມສັນຕິພາບຄັ້ງທີ 2 ກ່ຽວກັບ ຢູແກຼນ ຄາດວ່າຈະຈັດຂຶ້ນຢູ່ ອາຣັບບິ ຊາອຸດິ ໃນທ້າຍອາທິດນີ້ (ວັນທີ 5 – 6 ສິງຫາ). ບັນດາເຈົ້າໜ້າທີ່ອາວຸໂສ ຂອງ EU ຈະເຂົ້າຮ່ວມກອງປະຊຸມພ້ອມກັບ ຜູ້ຕາງໜ້າ 40 ຄົນຂອງປະເທດອື່ນໆ. ກອງປະຊຸມແມ່ນໂອກາດເພື່ອແລກປ່ຽນກັບບັນດາຄູ່ຮ່ວມມືທົ່ວໂລກ ກ່ຽວກັບບັນດາມາດຕະການແກ້ໄຂການປະທະກັນ ຢູ່ ຢູແກຼນ ຢ່າງເລິກເຊິ່ງກ່ວາ,  ເພື່ອກະກຽມໃຫ້ກອງປະຊຸມສຸດຍອດສັນຕິພາບ ທົ່ວໂລກຄາດວ່າຈະດຳເນີນໃນທ້າຍປີນີ້. ທ່ານນາງ Nabila Massrali ເນັ້ນໜັກວ່າ: ໂດຍບໍ່ວ່າຂໍ້ລິເລີ່ມໃດເພື່ອພື້ນຖານສັນຕິພາບຮອບດ້ານ, ມີຄວາມສະເໝີພາບ ແລະ ຍາວນານຢູ່ ຢູແກູນ ລ້ວນແຕ່ຕ້ອງອີງຕາມຄວາມເຄົາລົບນັບຖືເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດນີ້  ໃນບັນດາເສັ້ນຊາຍແດນໂດຍສາກົນຮັບຮອງເອົາ.

ຕອບກັບ