EU ຄິດ​ໄລ່ຊັ່ງ​ຊາ​ຈະຜ່ອນ​ຜັນໃຫ້​ແກ່​ທະ​ນາ​ຄານ ລັດ​ເຊຍ ເພື່ອ​ຕໍ່​ກຳ​ນົດ​ເວ​ລາ​ຂໍ້​ຕົກ​ລົງ​ທັນ​ຍາ​ພຶດ

Chia sẻ
(VOVWORLD) - ວົງການພໍ່ຄ້າທັນຍາພຶດ ເອີລົບ ກໍ່ໃຫ້ຂໍ້ສັງເກດວ່າ ຕະຫຼາດເຊື່ອໝັ້ນວ່າ ຂໍ້ຕົກລົງຂົນສົ່ງສິນຄ້າຂອງ ຢູແກຼນ ຈະບໍ່ໄດ້ຮັບການຕໍ່ກຳນົດເວລາ ເວັ້ນເສຍແຕ່ ລັດເຊຍ ໄດ້ຮັບການຜ່ອນຜັນຫຼາຍພໍສົມຄວນ,
EU ຄິດ​ໄລ່ຊັ່ງ​ຊາ​ຈະຜ່ອນ​ຜັນໃຫ້​ແກ່​ທະ​ນາ​ຄານ ລັດ​ເຊຍ ເພື່ອ​ຕໍ່​ກຳ​ນົດ​ເວ​ລາ​ຂໍ້​ຕົກ​ລົງ​ທັນ​ຍາ​ພຶດ - ảnh 1ພາບປະກອບ: TTXVN

ວັນທີ 3 ກໍລະກົດ, ໜັງສືພິມ ການເງິນ Financial Times ໃຫ້ຮູ້ວ່າ ສະຫະພາບເອີລົບ (EU) ພວມພິຈາລະນາຂໍ້ສະເໜີສຳລັບທະນາຄານ ກະສິກຳ ລັດເຊຍ ສ້າງຕັ້ງບໍລິສັດລູກເພື່ອເຊື່ອມຕໍ່ກັບເຄືອຂ່າຍການເງິນທົ່ວໂລກ ຄືນໃໝ່. ການກະທຳດັ່ງກ່າວຂອງ ສະຫະພາບ ເອີລົບແມ່ນເພື່ອແນໃສ່ຜ່ອນຜັນໃຫ້ລັດເຊຍ ໃນການຕໍ່ກຳນົດເວລາຂໍ້ຕົກລົງທັນຍາພຶດຢູ່ທະເລດຳ, ອະນຸຍາດໃຫ້ ຢູແກຼນສືບຕໍ່ສົ່ງອອກທັນຍາພຶດອອກສູ່ຕະຫຼາດທົ່ວໂລກ. ເຖິງຢ່າງໃດກໍ່ຕາມ, ຄະນະກຳມະການເອີລົບບໍ່ຍົກອອກຄຳຄິດເຫັນໃດ ທີ່ກ່ຽວຂ້ອງເຖິງຂໍ້ມູນດັ່ງກ່າວ, ໃນຂະນະນັ້ນ ວັງ Kremlin ໃຫ້ຮູ້ວ່າ ບໍ່ມີຫຍັງເພື່ອລາຍງານກ່ຽວກັບການປະຕິບັດຂໍ້ຕົກລົງ.

ແລະກໍ່ໃນວັນດຽວກັນ, ລັດເຊຍ ໄດ້ຢ້ຳຄືນວ່າ ບໍ່ມີຄວາມຄືບໜ້າໃດໃນການປະຕິບັດບັນດາຂໍ້ຕົກລົງທີ່ກ່ຽວຂ້ອງເຖິງການສົ່ງອອກຂອງປະເທດນີ້. ວົງການພໍ່ຄ້າທັນຍາພຶດ ເອີລົບ ກໍ່ໃຫ້ຂໍ້ສັງເກດວ່າ ຕະຫຼາດເຊື່ອໝັ້ນວ່າ ຂໍ້ຕົກລົງຂົນສົ່ງສິນຄ້າຂອງ ຢູແກຼນ ຈະບໍ່ໄດ້ຮັບການຕໍ່ກຳນົດເວລາ ເວັ້ນເສຍແຕ່ ລັດເຊຍ ໄດ້ຮັບການຜ່ອນຜັນຫຼາຍພໍສົມຄວນ, ໃນນັ້ນມີການໂຍະຍານບັນດາມາດຕະການລົງໂທດທະນາຄານຂອງ ລັດເຊຍ.

ຕອບກັບ