EU ກະ​ຕຸກ​ຊຸກ​ຍູ້​ປະ​ຊາ​ຄົມ​ສາ​ກົນ ອຸ​ປະ​ຖຳ​ໃຫ້​ແກ່​ອົງ​ການ ສ​ປ​ຊ ກ່ຽວ​ກັບ​ການຊ່ວຍ​ບັນ​ເທົ​າ​ທຸກ​ໃຫ້​ຊາວ​ລີ້​ໄພ​ຢູ່ ປາ​ແລັດ​ສະ​ຕິນ

Chia sẻ
(VOVWORLD) - ສປຊ ໄດ້ກ່າວເຕືອນເປັນຫຼາຍຄັ້ງແລ້ວວ່າ ການຕັດເງິນອຸປຖຳໃຫ້ແກ່ UNRWA ຈະຍິ່ງເຮັດໃຫ້ວິກິດການມະນຸດສະທຳຢູ່ເຂດ ກາຊາ ຮ້າຍແຮງຂຶ້ນຕື່ມ. 
EU ກະ​ຕຸກ​ຊຸກ​ຍູ້​ປະ​ຊາ​ຄົມ​ສາ​ກົນ ອຸ​ປະ​ຖຳ​ໃຫ້​ແກ່​ອົງ​ການ ສ​ປ​ຊ ກ່ຽວ​ກັບ​ການຊ່ວຍ​ບັນ​ເທົ​າ​ທຸກ​ໃຫ້​ຊາວ​ລີ້​ໄພ​ຢູ່ ປາ​ແລັດ​ສະ​ຕິນ - ảnh 1ສຳນັກງານອົງການ ສປຊ ກ່ຽວກັບການຊ່ວຍບັນເທົາທຸກຊາວລີ້ໄພ ປາແລັດສະຕິນ (ພາບ:  IRNA/TTXVN)

ວັນທີ 23 ເມສາ, ທ່ານ Janez Lenarcic ກຳມະການເອີຣົບ ກະຕຸກຊຸກຍູ້ປະຊາຄົມສາກົນອຸປະຖຳໃຫ້ແກ່ອົງການ ສປຊ ກ່ຽວກັບການຊ່ວຍບັນເທົາທຸກຊາວລີ້ໄພ ປາແລັດສະຕິນ (UNRWA) ພາຍຫຼັງບົດລາຍງານໃຫ້ຮູ້ວ່າ ອິດສະຣາແອັນ ຍັງບໍ່ສະໜອງຫຼັກຖານທີ່ຊີ້ໃຫ້ເຫັນວ່າ ມີພະນັກງານຂອງອົງການນີ້ນັບຮ້ອຍຄົນ ມີສ່ວນກ່ຽວຂ້ອງເຖິງການເຄື່ອນໄຫວກໍ່ການຮ້າຍ.

        ປັດຈຸບັນ, ຫຼາຍປະເທດ, ເຊັ່ນ: ຊູແອັດ, ການາດາ, ຍີ່ປຸ່ນ, ຝລັ່ງ ແລະ ບັນດາປະເທດສະມາຊິກ ສະຫະພາບເອີຣົບ (EU) ໄດ້ເຊື່ອມຕໍ່ການອຸປະຖຳໃຫ້ແກ່ອົງການ UNAWA ໃນຂະນະທີ່ບັນດາປະເທດອື່ນ, ໃນນັ້ນ ມີ ອາເມລິກາ ແລະ ອັງກິດ ຍັງບໍ່ທັນຟື້ນຟູການເຄື່ອນໄຫວດັ່ງກ່າວຄືນໃໝ່ເທື່ອ.  ສປຊ ໄດ້ກ່າວເຕືອນເປັນຫຼາຍຄັ້ງແລ້ວວ່າ ການຕັດເງິນອຸປຖຳໃຫ້ແກ່ UNRWA ຈະຍິ່ງເຮັດໃຫ້ວິກິດການມະນຸດສະທຳຢູ່ເຂດ ກາຊາ ຮ້າຍແຮງຂຶ້ນຕື່ມ. ຕາມ ສປຊ ແລ້ວ, ປັດຈຸບັນ ມີປະຊາຊົນ 2,3 ລ້ານຄົນຢູ່ເຂດ ກາຊາ ຕ້ອງໄດ້ຮັບການຊ່ວຍເຫຼືອສະບຽງອາຫານ, ນ້ຳສະອາດ, ຢຸກຢາ ແລະ ບ່ອນອາໄສຢ່າງຮີບດ່ວນ.

ຕອບກັບ