EU, WTO ແລະ ຫຼາຍ​ປະ​ເທດ​​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ

Chia sẻ
(VOVWORLD) -  ວັນທີ 6 ພຶດສະພາ, ສະຫະພາບເອີຣົບ (ອີຢູ), ອົງການການຄ້າສາກົນ (WTO) ແລະ ກວ່າ 20 ປະເທດອື່ນ (ໃນນັ້ນມີ ອາເມລິກາ) ພ້ອມກັນອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີຄວາມໝັ້ນຄົງດ້ານສະບຽງອາຫານທົ່ວໂລກ.

ໃນຖະແຫຼງການ, ລັດຖະບານບັນດາປະເທດ ແລະ ອົງການຈັດຕັ້ງເຫຼົ່ານັ້ນ ໄດ້ກ່າວເຕືອນກ່ຽວກັບ “ຜົນກະທົບທົ່ວໂລກກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ” ຍ້ອນການປະທະກັນຢູ່ ຢູແກຼນ ກໍ່ຂຶ້ນ, ພ້ອມທັງເນັ້ນໜັກເຖິງ “ລັກສະນະຈຳເປັນ ແລະ ຄວາມສຳຄັນຂອງການຮັກສາດ້ານການຄ້າ ແລະ ຕະຫຼາດຜະລິດຕະພັນກະເສດເປີດກວ້າງ, ສາມາດຄາດຄະເນລ່ວງໜ້າໄດ້”. ຕາມຖະແຫຼງການແລ້ວ, ສິ່ງດັ່ງກ່າວຈະຊ່ວຍໃຫ້ “ຮັບປະກັນລະບົບສະໜອງອາຫານ, ກໍຄືຜະລິດຕະພັນ, ການບໍລິການອື່ນໆໄດ້ເຄື່ອນໄຫວຢ່າງຕໍ່ເນື່ອງ ແລະ ສົນເຂົ້າທີ່ຈຳເປັນໃຫ້ແກ່ການຜະລິດ ແລະ ການສະໜອງຜະລິດຕະພັນກະເສດ, ອາຫານ”. ຜ່ານນັ້ນ, ບັນດາປະເທດໃຫ້ຄຳໝັ້ນສັນຍາຈະສົມທົບກັນ “ເພື່ອຊ່ວຍຮັບປະກັນສະບຽງອາຫານ ແລະ ອາຫານທີ່ມີທາດບຳລຸງຢ່າງພຽງພໍ, ປອດໄພ, ດ້ວຍລາຄາທີ່ເໝາະສົມ ແລະ ສາມາດສຳຜັດໄດ້ງ່າຍຢູ່ທຸກບ່ອນທຸກເວລາ.”

ຕອບກັບ