EPຮັບຮອງເອົາງົບປະມານເພີ່ມເຕີມກວ່າ400ລ້ານເອີໂລເພື່ອແກ້ໄຂສະພາບຄົນເຂົ້າເມືອງ

Chia sẻ
(vovworld) – ວັນ​ທີ 14/10, ລັດຖະສະພາ​ເອີ​ລົບ (EP) ​ໄດ້​ຮັບຮອງ​ເອົາ​ງົບປະມານ​ເພີ່ມ​ເຕີມທີ່​ມີ​ມູນ​ຄ່າ​ກວ່າ 400​ ລ້ານ​ເອີ​ໂລ ທີ່​ສະຫງວນ​ໃຫ້​ການຄວບ​ຄຸ​ມວິ​ກິດ​ການ​ຊາວ​ອົບ​ພະ​ອົບ.
EPຮັບຮອງເອົາງົບປະມານເພີ່ມເຕີມກວ່າ400ລ້ານເອີໂລເພື່ອແກ້ໄຂສະພາບຄົນເຂົ້າເມືອງ - ảnh 1
(ພາບປະກອບ: AFP/TTXVN)

(vovworld) – ວັນ​ທີ 14/10, ລັດຖະສະພາ​ເອີ​ລົບ (EP) ​ໄດ້​ຮັບຮອງ​ເອົາ​ງົບປະມານ​ເພີ່ມ​ເຕີມທີ່​ມີ​ມູນ​ຄ່າ​ກວ່າ 400​ ລ້ານ​ເອີ​ໂລ ທີ່​ສະຫງວນ​ໃຫ້​ການຄວບ​ຄຸ​ມວິ​ກິດ​ການ​ຊາວ​ອົບ​ພະ​ອົບ. ​ແຫຼ່ງທຶນ​ດັ່ງກ່າວ​ໂດຍ​ຄະນະ​ກຳມະການ​ເອີ​ລົບ (EC) ສະ​ເໜີ, ​ຈະ​ຖືກ​ສະໜອງ​ໃຫ້​ບັນດາ​ປະ​ເທດ​ເອີ​ລົບ ຖືກ​ຜົນ​ສະທ້ອນຫຼາຍ​ທີ່​ສຸດ​ຈາກ​ກະ​ແສ​ຟອງ​ຊາວ​ອົບ​ພະຍົບ ​ແລະ​ໃຫ້​ບັນດາ​ປະ​ເທດທີ່ 3 ຮັບ​ຊາວ​ຊີຣີ ອົບ​ພະຍົບຫຼາຍ​ກວ່າ​ໝູ່. 3 ອົງການ​ເອີລົບ​ ​ເຮັດ​ໜ້າ​ທີ່​ຄຸ້ມ​ຄອງ​ບັນຫາ​ອົບ​ພະຍົບ ກໍ​ໄດ້​ຮັບ​ບ້ວງ​ເງິນ​ໜູນ​ຊ່ວຍ​ນີ້.

      ສ່ວນ​ EC, ວັນ​ທີ 14/10 ກໍ​ຮຽກ​ຮ້ອງ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ​ສະຫະພາບ​ເອີ​ລົບ (EU) ​ເຄົາລົບ​ຄຳ​ໝັ້ນ​ສັນຍາ​ທີ່​ໄດ້​ຍົກອອກ​ມາ​ໃນ​ກອງ​ປະຊຸມ​ຍຸດ​ຍອດ​ເມື່ອ​ວັນ​ທີ 23/09 ຜ່ານ​ມາ. ທ່ານ​ຮອງ​ປະທານ EC Frans Timmermans ຮຽກ​ຮ້ອງ​ໃຫ້​ບັນດາ​ປະ​ເທດ ຕ້ອງ​ມີ​ການ​ໜູ​ນຊ່ວຍ​ຢ່າງ​ຈະ​ແຈ້ງ ທີ່​ຍົກ​ອອກ​ມາ​ໃນ​ກອງ​ປະຊຸມ​ສຸດຍອດ​ໃນ​ວັນ​ທີ 15 – 16/10.