EP ປະ​ຕິ​ເສດ​ພິ​ຈາ​ລະ​ນາ ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ການ​ລົງ​ທຶນ ລະ​ຫວ່າງ EU - ຈີນ

Chia sẻ
(VOVWORLD) -ວັນທີ 20 ພຶດສະພາ, ລັດຖະສະພາ ເອີລົບ (EP) ໄດ້ປ່ອນບັດປະຕິເສດການພິຈາລະນາຂໍ້ຕົກລົງການລົງທຶນ ລະຫວ່າງ ສະຫະພາບ ເອີລົບ (EU) - ຈີນ ຖ້າຫາກວ່າ ປັກກິ່ງ ບໍ່ຍົກເລີກບັນດາມາດຕະການລົງໂທດຕ້ານຄືນບັນດາສະມາຊິກຂອງ EP ແລະ ນັກຮຽນຮູ້.
EP ປະ​ຕິ​ເສດ​ພິ​ຈາ​ລະ​ນາ ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ການ​ລົງ​ທຶນ ລະ​ຫວ່າງ EU - ຈີນ - ảnh 1ພາບປະກອບ: AFP/TTXVN

ມະຕິປະຕິເສດການພິຈາລະນາສັນຍາຮອບດ້ານກ່ຽວກັບການລົງທຶນ (CAI) ລະຫວ່າງ EU - ຈີນ ເຊິ່ງ EP ຮັບຮອງເອົາ ດ້ວຍບັດສະໜັບສະໜູນ 599 ບັດ, ບັດຄ້ານ 30 ບັດແລະ ບັດຂາວ 58 ບັດ. ຕາມມະຕິແລ້ວ, EP ຮຽກຮ້ອງໃຫ້ ຈີນ ຈົ່ງຍົກເລີກບັນດາຄຳສັ່ງລົງໂທດກ່ອນເວລາ ລັດຖະສະພາພິຈາລະນາ CAI ລະຫວ່າງ EU - ຈີນ. ບັນດາສະມາຊິກ EP ກໍ່ກ່າວເຕືອນວ່າ ເລື່ອງ ຈີນຍົກເລີກບັນດາມາດຕະການລົງໂທດເອງຈະບໍ່ຮັບປະກັນເລື່ອງຂໍ້ຕົກລົງດັ່ງກ່າວໄດ້ຮັບການໃຫ້ສັດຕະຍາບັນ.

ຕອບກັບ