EIU ຄາດວ່າລະດັບເຕີບໂຕ GDP ຫວຽດນາມ ບັນລຸ 5,3% ໃນປີ 2012

Chia sẻ
ລະດັບ​ເຕີບ​ໂຕ​ເສດຖະກິດ​ຂອງ​ຫວຽດນາມ ​ໃນ​ປີ 2012 ຈະ​ຊັກ​ຊາ​ໄວ້, ບັນລຸ​ພຽງ 5,3% ​​ແມ່ນ​ລະດັບ​ຕໍ່າ​ກວ່າ​ຫຼາຍ ​ເມື່ອ​ທຽບ​ໃສ່​ລະດັບ​ເຕີບ​ໂຕ 5,9% ໃນ​ປີ 2011.
EIU ຄາດວ່າລະດັບເຕີບໂຕ GDP ຫວຽດນາມ ບັນລຸ 5,3% ໃນປີ 2012 - ảnh 1
(ພາບປະກອບ)

(vovworld) -     ບົດ​ລາຍ​ງານ​ຄາດ​ຄະ​ເນ​ເດືອນ 9/2012 ກ່ຽວ​ກັບ​ຫວຽດນາມ ຂອງ​ພາກສ່ວນ​ຄາດ​ຄະ​ເນ, ​​ໄຈ້​ແຍກ ​ແລະ ​ເປັນ​ທີ່ປຶກສາ​ກ່ຽວ​ກັບຄວາມ​ສ່ຽງ (EIU) ທີ່ຂຶ້ນ​ກັບ​ກຸ່ມ​ບໍລິສັດ “ນັກທຸລະກິດ” ອັງກິດ ​ໄດ້​ຖື​ວ່າ​ ລະດັບ​ເຕີບ​ໂຕ​ເສດຖະກິດ​ຂອງ​ຫວຽດນາມ ​ໃນ​ປີ 2012 ຈະ​ຊັກ​ຊາ​ໄວ້, ບັນລຸ​ພຽງ 5,3% ​​ແມ່ນ​ລະດັບ​ຕໍ່າ​ກວ່າ​ຫຼາຍ ​ເມື່ອ​ທຽບ​ໃສ່​ລະດັບ​ເຕີບ​ໂຕ 5,9% ໃນ​ປີ 2011. ຍິ່ງ​ກວ່າ​ນັ້ນ, ສະພາບ​​ເສດ​ຖະກິດ​ທົ່ວ​ໂລກ​ຍັງມຶ​ດມົວ​ຢູ່ກໍ​ແມ່ນ​ສາຍ​ເຫດ​ທີ່​ພາ​ໃຫ້​ອົງການ​ນີ້​​ຄາດ​ຄະ​ເນ GDP ຂອງ​ຫວຽດນາມ ​ໃນ​ປີ 2013 ຈະລົງ​​ເຫຼືອພຽງ 6% ​​ເມື່ອ​ທຽບ​ໃສ່​ລະດັບ 6,6% ທີ່​ຍົກ​ອອກ​ມາ​ກ່ອນ​ນັ້ນ. ຕາມ EIU ​ແລ້ວ, ສະພາບ​ເສດຖະກິດຈະ​ດີກ​ວ່າ​ ນັບ​ແຕ່​ປີ 2014, ນັບ​ທັງ​ພາຍ​ໃນປະ​ເທດ ​ແລະ ທົ່ວ​ໂລກ ສິ່ງ​ດັ່ງກ່າວຈະ​ຊ່ວຍ​ໃຫ້​ລະດັບ​ເຕີບ​ໂຕ GDP ຂອງ​ຫວຽດນາມ ​ເພີ່ມ​ຂຶ້ນ​ສະ​ເລ່ຍ 7%/ປີ ​ໃນ​ໄລຍະ 2014 – 2016.